ມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ວັນທີ 13 ກັນຍາ 2022 ນີ້​ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີລົງນາມມອບ-ໂອນ ພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກອົງຄະນະພັກກະຊວງແຮງງານ ແລະ ສະຫວັດການສັງຄົມ(ຮສສ) ໄປຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ).

ພິທີລົງນາມ ລະຫວ່າງ ທ່ານນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ ແລະ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະພັກຫ້ອງວ່າການ ສນຍ, ໂດຍມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ.

ຄະນະພັກອົງການກາແດງແຫ່ງຊາດລາວ ທີ່ຍ້າຍໄປຂຶ້ນກັບ(ຫສນຍ)ປະກອບມີ 4 ໜ່ວຍພັກຂຶ້ນກັບຄື:
1.​ ໜ່ວຍພັກຫ້ອງການ,
2.​ ໜ່ວຍພັກບັນເທົາທຸກ,
3.​ ໜ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນຂວາຍການກຸສົນ,
4. ໜ່ວຍພັກສູນເລືອດແຫ່ງຊາດ.