ຮອງປະທານປະເທດ ເຄື່ອນໄຫວຕິດຕາມ ສະພາບໄພນໍ້າຖ້ວມ ຢູ່ແຂວງອຸດົມໄຊ

ໂອກາດຢ້ຽມຢາມ, ຕິດຕາມກວດກາສະພາບໄພພິບັດຢູ່ແຂວງອຸດົມໄຊໃນວັນທີ 9-10 ກັນຍາ, ທ່ານບຸນ ທອງ ຈິດມະນີ ຮອງປະທານປະເທດແຫ່ງສປປ ລາວ ໄດ້ມອບເຂົ້າສານ 4,5 ໂຕນໃຫ້ແກ່ເມືອງນາໝໍ້, ເມືອງຫລາ 4,5 ໂຕນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ 1 ໂຕນ ພ້ອມດ້ວຍເງິນສົດຈຳນວນໜຶ່ງທັງໄດ້ສະແດງຄວາມຊົມເຊີຍການນຳທຸກຂັ້ນ ທີ່ໄດ້ເອົາໃຈໃສ່ແກ້ໄຂ ແລະ ສຸມໃສ່ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຢ່າງທັນການ. ແນວໃດກໍດີ ກໍໄດ້ເນັ້ນໃຫ້ການນຳເມືອງກໍຄືຄະນະສະເພາະກິດທຸກຂັ້ນ ສືບ ຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍເຫລືອປະຊາຊົນຕາມແຜນຂອງແຂວງ ແລະ ເມືອງ ໂດຍສະເພາະການແກ້ໄຂສຸກເສີນ, ການປັບປຸງປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍນຳໃຊ້ທຶນຮອນທີ່ມີ ແລະ ຮັບການບໍລິຈາກນຳພາກສ່ວນຕ່າງໆໄປຊ່ວຍເຫລືອ ທັງເລັ່ງແກ້ໄຂການຜະລິດຂອງປະຊາຊົນໂດຍການຫັນໄປປູກພືດທີ່ເປັນສິນຄ້າອື່ນໆທົດແທນ, ເອົາໃຈໃສ່ເຝົ້າລະວັງພະຍາດທີ່ຈະຕາມມາຫລັງນ້ຳຖ້ວມ.
ເມືອງນາໝໍ້ ມີ 21 ບ້ານ, 538 ຫລັງຄາເຮືອນ, ໃນນີ້ມີເຮືອນທີ່ຖືກນໍ້າຊຸໄຫລ 49 ຫລັງຄາ, ດິນເຊາະເຈື່ອນຖົມເຮືອນ 4 ຫລັງ, ເຮືອນເປ່ເພເສຍຫາຍ 485 ຫລັງ, ເລົ້າເຂົ້າເສຍຫາຍ 23 ຫລັງລວມທັງໂຮງ ຮຽນ ແລະ ໂຮງໝໍ, ເສັ້ນທາງໄດ້ຮັບຜົນກະທົບ 13 ເສັ້ນລວມມູນຄ່າຄວາມເສຍຫາຍ 6 ຕື້ກວ່າກີບ; ເສົາ ໄຟຟ້າເສຍຫາຍ 63 ຕົ້ນ, ລະບົບຊົນລະປະທານ ເສຍຫາຍ 22 ແຫ່ງ, ເນື້ອທີ່ການຜະລິດ 5 ຮ້ອຍກວ່າເຮັກຕາ, ໜອງປາ 197 ໜອງ, ສັດລຽ້ງ 1 ພັນກວ່າໂຕ. ປັດຈຸບັນ, ການນຳເມືອງໄດ້ມອບເຄື່ອງບັນເທົາ ທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງໄດ້ປຸກສ້າງ ແລະ ສ້ອມແປງເຮືອນຊ່ວຍປະຊາຊົນຢູ່ 4 ບ້ານ, 14 ຫລັງຄາ, ແຈກຢາຍເຂົ້າສານ, ອາຫານແຫ້ງຈຳນວນໜຶ່ງເພື່ອແກ້ໄຂສຸກເສີນ 538 ຄອບຄົວ.
ສ່ວນເມືອງຫລາ ມີບ້ານທີ່ຖືກຜົນກະທົບ 34 ບ້ານ, 1.301 ຄອບຄົວ, ພົນລະເມືອງ 6.472 ຄົນ, ໃນນີ້ ບ້ານທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ມີ 15 ບ້ານ, ພົນລະເມືອງ 5.481 ຄົນ, ເສຍຊີວິດ 1 ຄົນ, ສາບສູນ 1 ຄົນ, ບາດເຈັບ 1 ຄົນ, ເຮືອນຖືກນໍ້າຊຸໄຫລ 44 ຫລັງ, ດິນເຈື່ອນຖົມ 4 ຫລັງ, ເຮືອນເປ່ເພເສຍຫາຍ 193 ຫລັງ, ເລົ້າເຂົ້າ 113 ຫລັງ, ເສັ້ນທາງ, ໄຟຟ້າ, ເນື້ອທີ່ການຜະລິດ, ສັດລ້ຽງ, ໂຮງຮຽນ, ສະຖານ ທີ່ທ່ອງທ່ຽວ, ລະບົບການສື່ສານ ແລະ ອື່ນໆ ໄດ້ຮັບຜົນເສຍຫາຍເຊັ່ນດຽວກັນ ລວມມູນຄ່າເສຍຫາຍ 83 ຕື້ກວ່າກີບ. ປັດຈຸບັນ, ອົງການປົກຄອງແຂວງ ແລະ ເມືອງຫລາ ໄດ້ມອບເຄື່ອງບັນເທົາທຸກເບື້ອງຕົ້ນທັງໄດ້ນຳເອົາກໍາລັງຈາກພາກສ່ວນຕ່າງໆຊ່ວຍປະຊາຊົນອະນາໄມເຮືອນ, ຕັດໄມ້ເຮັດເຮືອນ, ຕັ້ງເຮືອນສຳ ເລັດແລ້ວ 80%, ແກ້ໄຂສຸກເສີນລະບົບໄຟຟ້າ, ນໍ້າລິນສະອາດ, ນ້ຳປະປາ ແລະ ອື່ນໆ.

