ເຈົ້າໜ້າທີ່ພາສີຂົວມິດຕະພາບ1 ຢຶດອາວຸດເສິກ ແລະ ຢາສູບໄຟຟ້າ 600 ກອກ

ເຈົ້າໜ້າທີ່ພາສີດ່ານພາສີສາກົນຂົວມິດຕະພາບ1 ທີ່ຂຶ້ນກັບພາສີ ປະຈໍານະຄອນຫລວງວຽງຈັນ ສາມາດຢຶດໄດ້ອາວຸດເສີກ (ປະເພດປືນຍາວ) ຈໍານວນ 01 ກະບອກ ແລະ ປະເພດຢາສູບໄຟຟ້າຈໍານວນ 600 ກອກ, ພ້ອມທັງໄດ້ດຳເນີນການມອບ-ຮັບຂອງກາງດັ່ງກ່າວໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.
ຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ1 ໃຫ້ຮູ້ວ່າ: ໃນວັນທີ 11 ກັນຍາ 2022 ເຈົ້າໜ້າທີ່ພາສີປະຈຳການຢູ່ຈຸດກວດກາພາຫະນະຂາເຂົ້າຂອງດ່ານ ໄດ້ຂໍອະນຸຍາດກວດກາພາຫະນະຕ່າງປະເທດ, ປະເພດລົດຈີບ, ຍີ່ຫໍ້: ມິດຊູບີຊີ (ປາຈີໂຣສະປອດ) ສີດໍາທະບຽນໄທ ກງ 5939 ໜອງຄາຍ, ພາຍຫລັງຜູ້ກ່ຽວໄດ້ແຈ້ງເອກະສານໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕຳຫລວດ ຕມ ປະຈຳດ່ານແລ້ວ, ຜ່ານການກວດກາພາຫະນະດັ່ງກ່າວໄດ້ເຫັນແກັດເຈ້ຍຍາວ 1 ແກັດ, ເຈົ້າໜ້າທີ່ພາສີໄດ້ຖາມຄົນຂັບລົດວ່າແມ່ນແກັດຫຍັງ, ຊຶ່ງຜູ້ກ່ຽວໄດ້ຕອບວ່າເປັນແກັດເຄື່ອງອາໄຫລ່ລົດ, ເມື່ອເປັນແນວນັ້ນເຈົ້າໜ້າທີ່, ຈຶ່ງໄດ້ກວດກາໂດຍຊ່ອງໜ້າເຈົ້າຂອງພາຫະນະ, ພົບເຫັນອາວຸດເສິກ (ປືນຍາວ) 1 ກະບອກ, ຍີ່ຫໍ້ KM 12 DERYA ຜະລິດໃນປະເທດ ຕຸກກີ (TURKIYE) ເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ).
ຜ່ານການສືບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວຊື່ທ້າວ ພິທັກ ສຸກເສີມ ອາຍຸ 42 ປີ ສັນຊາດໄທ, ອາຊີບ ຂັບລົດ,ໄດ້ນໍາ ອາວຸດເສິກ (ປືນຍາວ) 1 ກະບອກ ຍີ້ຫໍ້ KM 12 DERYA ຜະລິດໃນປະເທດຕຸກກີ (TURKIYE) ເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ) ບໍ່ອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານດ່ານ, ເຄື່ອນຍ້າຍ, ຊື້ຂາຍ ຫລື ມີໄວ້ຄອບຄອງ ແລະ ເປັນການລະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2022 ມາດຕາ 58 ແລະ ກົດໝາຍອື່ນໆທີ່ຕິດພັນ.
ສໍາລັບຜູ້ຕ້ອງຫາ ແລະ ອາວຸດເສິກໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫລວດ ຕມ ປະຈຳດ່ານນຳໄປດຳເນີນການຕາມພາລະບົດບາດ, ສ່ວນພາຫະນະນຳໃຊ້ໃນການກະທໍາຄວາມຜິດເຈົ້າໜ້າທີ່ພາສີໄດ້ຮັກສາໄວ້ຊົ່ວຄາວຢູ່ດ່ານພາສີສາ ກົນຂົວມິດຕະພາບ1.
ໃນວັນດຽວກັນນັ້ນ (ວັນທີ 11 ກັນຍາ 2022) ເຈົ້າໜ້າທີ່ພາສີປະຈໍາຈຸດກວດກາຜູ້ໂດຍສານຂາອອກຂອງດ່ານພາສີສາກົນຂົວມິດຕະພາບ1 ກໍໄດ້ກວດພົບເຫັນ ແລະ ຢຶດປະເພດຢາສູບໄຟຟ້າຈໍານວນ 600 ກອກ, ຊຶ່ງເຈົ້າໜ້າທີ່ພາສີໄດ້ກວດພົບເຫັນ, ພາຍຫລັງທີ່ຜູ້ໂດຍສານໄດ້ແຈ້ງໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕຳຫລວດສຳເລັດແລ້ວ, ເຈົ້າໜ້າທີ່ພາສີທີ່ປະຈຳການຢູ່ຈຸດກວດກາຜູ້ໂດຍສານຂາອອກ, ໄດ້ຂໍອະນຸຍາດກວດກາເຄື່ອງຕິດຕົວຜູ້ໂດຍສານເປັນແກັດເຈ້ຍຈໍານວນ 2 ແກັດ, ຊາບຊື່ຂອງຜູ້ໂດຍສານທ້າວ ໂກລາວິດ ສຸລີນທາໃຈ, ອາຍຸ 25 ປີ, ສັນຊາດໄທ, ອາຊີບ ຄ້າຂາຍ, ຢູ່ຈັງຫວັດຊຽງໃໝ່ (ປະເທດໄທ), ຜ່ານການກວດກາໄດ້ພົບເຫັນຢາສູບໄຟຟ້າຢູ່ໃນແກັດຈຳນວນ 30 ກ່ອງ/20 ກອກ, ລວມທັງໝົດ 600 ກອກ. ຊຶ່ງສິນຄ້າດັ່ງກ່າວບໍ່ໄດ້ແຈ້ງລາຍລະອຽດຕໍ່ເຈົ້າໜ້າທີ່ພາສີ ແລະ ບໍ່ມີອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ, ສິນຄ້າທີ່ກວດພົບໄດ້ໃນຄັ້ງນີ້ເປັນປະເພດຢາສູບໄຟຟ້າ, ຍີ້ຫໍ້ Quik cola lemon ນໍ້າໜັກ: 18 kg, ມູນຄ່າ: 942,85 ໂດລາສະຫະລັດ ຜະລິດມາຈາກ ສປ ຈີນ.
ຜ່ານການສືບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວສາລະພາບຢາສູບດັ່ງກ່າວຈະນຳອອກໄປປະເທດໄທ, ເພື່ອສົ່ງກັບຄືນໃຫ້ລູກຄ້າ ແລະ ບໍ່ຮູ້ວ່າເປັນເຄື່ອງຕ້ອງຫ້າມ, ເມື່ອເປັນແນວນັ້ນເຈົ້າໜ້າທີ່ພາສີເຫັນວ່າລະເມີດຕໍ່ກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆທີ່ຕິດພັນ, ຈຶ່ງໄດ້ເຮັດບົດບັນທຶກສິນຄ້າ, ເຄື່ອງຂອງດັ່ງກ່າວ ແລະ ປັດຈຸບັນແມ່ນກໍາລັງດໍາເນີນຄະດີຕາມລະບຽບການ.
ສ່ວນຢາສູບຈໍານວນ 600 ກອກ, ປັດຈຸບັນແມ່ນຮັກສາໄວ້ຢູ່ສາງດ່ານພາສີສາກົນຂົວມິດຕະພາບ1 ແລະ ກຽມມອບ-ຮັບໃຫ້ຂະແໜງການກ່ຽວຂ້ອງນໍາໄປທໍາລາຍ.

