ທູເຄິລ ເປີດໃຈຄັ້ງທຳອິດຫລັງຖືກປົດຕຳແໜ່ງຜູ້ຈັດການທີມເຊລຊີ

ໂທມັສ ທູເຄິລ ອະດີດຜູ້ຈັດການທີມ ເຊລຊີ ເປີດໃຈຄັ້ງທຳອິດຫລັງຖືກປົດພົ້ນຕຳແໜ່ງ ໂດຍກ່າວຂອບໃຈທຸກຄົນທີ່ກ່ຽວຂ້ອງ ພ້ອມກ່າວພູມໃຈທີ່ໄດ້ເປັນຜູ້ຝຶກໃນຖິ່ນ ສະແຕມຟອດ ບຣິດ ນຳອີກ.
ໂດຍ ທູເຄິລ ເຂົ້າມາຄຸມເຊລຊີ ຕັ້ງແຕ່ປີ 2021 ເຊິ່ງລາວກໍພາທີມປະສົບຄວາມສຳເລັດດ້ວຍການຄວ້າແຊ໊ມ 3 ລາຍການ ປະກອບດ້ວຍ : ຢູຟາ ແຊ໊ມປຽນ ລີກ, ຢູຟາ ຊຸບເປີ ຄັພ ແລະ ຟີຟາ ຄລັບ ເວີນ ຄັພ.
ແນວໃດກໍຕາມ ເມື່ອວັນທີ 7 ກັນຍາຜ່ານມາ ຜູ້ຈັດການທີມອາຍຸ 49 ປີ ພັດຖືກປົດອອກຈາກຕຳແໜ່ງແບບຟ້າຜ່າ ຫລັງ ເກມທີ່ເສຍໃຫ້ ດີນາໂມ ຊາເກຣັບ 0-1 ໃນການແຂ່ງຂັນ ຢູຟາ ແຊ໊ມປຽນ ລີກ ຮອບແບ່ງກຸ່ມ ແລະ ເປັນ ແກຣມ ພອດເຕີ ທີ່ເຂົ້າມາເຮັດໜ້າທີ່ເປັນຜູ້ຈັດການທີມຄົນໃຫມ່ຂອງ ເຊລຊີ ແທນ.
ຈົນຫລ້າສຸດເມື່ອວັນທີ 11 ກັນຍາຜ່ານມາ ທູເຄິລ ໄດ້ໂພສຂໍ້ຄວາມເປັນຄັ້ງທຳອິດຫລັງອອກຈາກຕຳແໜ່ງຜູ້ຈັດການທີມ ເຊລຊີ ‘‘ ນີ້ເປັນໜຶ່ງໃນຂໍ້ຄວາມທີ່ຍາກທີ່ສຸດທີ່ຂ້ອຍເຄີຍຂຽນມາ ແລະ ເປັນສິ່ງທີ່ຂ້ອຍຫວັງວ່າຈະບໍ່ຕ້ອງເຮັດໃນອີກຫລາຍປີ ນີ້ຄືສະໂມ ສອນທີ່ຂ້ອຍຮູ້ສຶກຄືກັບຢູ່ບ້ານ ທັງໃນດ້ານອາຊີບ ແລະ ຊີວິດສ່ວນຕົວ ຂອບໃຈສຳລັບທີມງານຄູຝຶກ ນັກເຕະ ແລະ ກອງເຊຍທຸກຄົນທີ່ເຮັດໃຫ້ຂ້ອຍຮູ້ສຶກໄດ້ຮັບການຕ້ອນຮັບຢ່າງຫລາຍຕັ້ງແຕ່ເລີ່ມຕົ້ນ ’’.
‘‘ ຄວາມພູມໃຈ ແລະ ຄວາມປິຕິທີ່ໄດ້ຊ່ວຍໃຫ້ທີມຄວ້າແຊ໊ມປຽນ ລີກ ແລະ ສະໂມສອນໂລກ ຈະຢູ່ກັບຂ້ອຍຕະຫລອດໄປ ຂ້ອຍຮູ້ສຶກເປັນກຽດທີ່ໄດ້ເປັນສ່ວນຫນຶ່ງຂອງປະຫວັດສາດຂອງສະໂມສອນແຫ່ງນີ້ ແລະ ຄວາມຊົງຈຳໃນໄລຍະ 19 ເດືອນທີ່ ຜ່ານມາ ຈະເປັນສະຖານທີ່ພິເສດໃນໃຈຂ້ອຍສະເຫມີ ’’.

