ລ້າງຜັກ ແລະ ໝາກໄມ້ດ້ວຍນຳ້ສົ້ມສາຍຊູຊ່ວຍກຳຈັດສານພິດໄດ້.

ຜັກ ແລະ  ໝາກໄມ້ ເປັນອາຫານທີ່ດີມີປະໂຫຍດຕໍ່ສຸຂະພາບ, ແຕ່ຖ້າຫາກວ່າຜັກ ແລະ ໝາກໄມ້ທີ່ກິນເຂົ້າໄປນັ້ນບໍ່ສະອາດ ກໍເກີດໂທດຕໍ່ຮ່າງກາຍຂອງເຮົາໄດ້ຄືກັນ ເພາະມີທັງສານພິດ ແລະ ຢາຂ້າແມງໄມ້ຕົກຄ້າງຢູ່. ຮູ້ຫລືບໍ່ວ່ານຳ້ສົ້ມສາຍຊູທີ່ເຮົາໃຊ້ເຂົ້າໃນການປຸງແຕ່ງອາຫານສາມາດຊ່ວຍລ້າງສານເຄມີ ແລະ ສານພິດຕົກຄ້າງໄດ້.

ການກິນຜັກ ແລະ ໝາກໄມ້ເປັນປະຈຳເຮັດໃຫ້ເຮົາມີສຸຂະພາບທີ່ດີ,​ ແຕ່ສິ່ງທີ່ໜ້າເປັນກັງວົນກໍແມ່ນບັນຫາການຕົກຄ້າງຂອງຢາຂ້າແມງໄມ້ ຫລື ສານເຄມີ ເຊິ່ງເປັນອັນຕະລາຍຕໍ່ຮ່າງກາຍ ແລະ ເພື່ອຄວາມປອດໄພ ການລ້າງຜັກ ແລະ ໝາກໄມ້ໃຫ້ສະອາດຈຶ່ງເປັນສິ່ງທີ່ເຮົາຄວນເອົາໃຈໃສ່. ນອກຈາກການລ້າງດ້ວຍນຳ້ສະອາດແລ້ວ ໜ້ອຍຄົນທີ່ຮູ້ວ່ານຳ້ສົ້ມສາຍຊູສາມາດຊ່ວຍລ້າງສານພິດຕົກຄ້າງໄດ້ຫລາຍເຖິງ 84% ແລະ ມີປະສິດທິພາບຫລາຍກ່ວາການໃຊ້ເບກກິ້ງໂຊດາ ແລະ ເກືອ ເຊິ່ງວິທີລ້າງກໍງ່າຍໆ ເອົານຳ້ສົ້ມສາຍຊູທີ່ມີກົດນຳ້ສົ້ມຄວາມເຂັ້ມຂຸ້ນ 5% ຂອງກົດນຳ້ສົ້ມ ປະສົມກັບນຳ້ສະອາດໃນອັດຕາສ່ວນ 1 / 10 ແລ້ວຈຶ່ງເອົາຜັກ ແລະ ໝາກໄມ້ມາແຊ່ໄວ້ ປະມານ 10 – 15 ນາທີ ຈາກນັ້ນຄ່ອຍລ້າງອອກອີກເທື່ອໜຶ່ງດ້ວຍນຳ້ສະອາດ, ແຕ່ການລ້າງຜັກ ແລະ ໝາກໄມ້ດ້ວຍວິທີນີ້ ຜັກບາງຊະນິດ ເຊັ່ນ : ຜັກກາດຂາວ ອາດດູດກິ່ນຂອງນຳ້ສົ້ມສາຍຊູເຂົ້າໄປໄດ້, ແຕ່ກໍບໍ່ເປັນອັນຕະລາຍໃດໆຕໍ່ສຸຂະພາບ ພຽງແຕ່ອາດຈະມີກິ່ນຂອງນຳ້ສົ້ມສາຍຊູຕິດໄປ.