ເມືອງໄຊທານີ ນະຄອນຫລວງວຽງຈັນ ລົງເກັບກູ້ປ້າຍທີ່ບໍ່ໄດ້ຮັບອະນຸຍາດ

ວັນທີ 8 ກັນຍາ 2022 ຜ່ານມານີ້ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງໄຊທານີ ນະຄອນຫຼວງວຽງຈັນ ລົງເກັບກູ້ປ້າຍເກົ່າ ຈີກຂາດ ຕິດຊະຊາຍ ແລະ ຕິດຕັ້ງໂດຍບໍ່ໄດ້ຮັບອະນຸຍາດຕາມເສັ້ນທາງ 13 ໃຕ້ ທາງໄກສອນພົມວິຫານ ທາງເລກ 10 ແລະ ເສັ້ນທາງດົງໂດກ ໜອງບຶກໄດ້ 60 ກວ່າປ້າຍ.
ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ກ່າວວ່າຜ່ານມາໄດ້ຊີ້ນຳ ອ້າຍນ້ອງພະນັກງານວິຊາການໂດຍສະເພາະໜ່ວຍງານວັດທະນະທຳເປັນຫຼັກ.
ລົງເກັບກູ້ປ້າຍທີ່ ເກົ່າແກ່, ຈີກຂາດ, ຕິດຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ ຕາມເສັ້ນ ທາງຫຼັກພາຍໃນເມືອງ 9 ເດືອນຜ່ານມາສາມາດເກັບກູ້ປ້າຍໄດ້ 61 ປ້າຍ.
ຂ່າວ: ໜັງສືພິມວຽງຈັນໃໝ່

