ລາຄານ້ຳມັນ WTI ເພີ່ມຂຶ້ນກວ່າ 3% ເຖິງ 86 ໂດລາ ຫລັງຣັດເຊຍຂູ່ໂຈະສົ່ງພະລັງງານໃຫ້ປະເທດຕາເວັນຕົກ

ສັນຍານ້ຳມັນດິບລ່ວງໜ້າ WTI ເພີ່ມຂຶ້ນກວ່າ 3% ເຖິງ 86 ໂດລາໃນວັນທີ 9 ກັນຍານີ້ ໂດຍໄດ້ແຮງໜູນຈາກກໍລະນີທີ່ຣັດເຊຍຂູ່ໂຈະການຈັດສົ່ງພະລັງງານໃຫ້ປະເທດຕາເວັນຕົກ.
ເມື່ອເວລາ 22:03 ໂມງ ຕາມເວລາປະເທດລາວ ສັນຍານ້ຳມັນດິບເວສເທັກຊັສ (WTI) ສົ່ງມອບເດືອນຕຸລາ ເຊິ່ງມີການຊື້ຂາຍຢູ່ຕະຫລາດ NYMEX ເພີ່ມຂຶ້ນ 2,72 ໂດລາ ຫລື 3,26% ສູ່ລະດັບ 86,26 ໂດລາ/ບາເຣລ.
ທັງນີ້, ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ກ່າວວ່າ: ຣັດເຊຍຈະໂຈະການຈັດສົ່ງພະລັງງານໃຫ້ປະເທດຕາເວັນຕົກ ຖ້າມີການໃຊ້ມາດຕະການກຳນົດເພດານລາຄານ້ຳມັນຂອງຣັດເຊຍ.
ກ່ອນໜ້ານີ້, ລັດຖະມົນຕີການເງິນຂອງກຸ່ມປະເທດອຸດສາຫະກຳຊັ້ນນຳທັງ 7 ຫລື G7 ເຫັນພ້ອມກັນໃນກອງປະຊຸມເມື່ອວັນທີ 2 ກັນຍາຜ່ານມາ ເພື່ອກຳນົດເພດານລາຄານ້ຳມັນຂອງຣັດເຊຍໃນຄວາມພະຍາຍາມຈະບັນທອນຖານະທາງການເງິນຂອງຣັດເຊຍ ໂດຍບໍ່ໃຫ້ນຳເອົາລາຍໄດ້ໄປສະໜັບສະໜູນການເຮັດສົງຄາມກັບອູແກຣນ.
ມາດຕະການກຳນົດເພດານລາຄານ້ຳມັນດິບຣັດເຊຍຈະມີຜົນບັງຄັບໃຊ້ໃນວັນທີ 5 ທັນວາ 2022 ແລະ ຈະບັງຄັບໃຊ້ຕໍ່ຜະລິດຕະພັນປິໂຕຣລຽມໃນວັນທີ 5 ກຸມພາ 2023.
ເຖິງຢ່າງໃດກໍດີ, G7 ຍັງບໍ່ໄດ້ກຳນົດລະດັບລາຄາເພດານນ້ຳມັນຣັດເຊຍ, ແຕ່ຈະມີການຫາລືໃນລາຍລະອຽດຕໍ່ໄປ ໂດຍຄາດວ່າຈະໄດ້ຂໍ້ສະຫລຸບໃນມໍ່ໆນີ້.
ນອກຈາກນີ້, ລາຄານ້ຳມັນຍັງໄດ້ປັດໄຈບວກຈາກກໍລະນີທີ່ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ແລະ ປະເທດພັນທະມິດ ຫລື ໂອເປັກບວກ ມີມະຕິຫລຸດກຳລັງການຜະລິດ 100.000 ບາເຣລ/ວັນໃນເດືອນຕຸລາ ເຊິ່ງເປັນການຫລຸດກຳລັງຜະລິດຄັ້ງທຳອິດໃນຮອບກວ່າ 1 ປີ.

