ຮອງປະທານປະເທດ ຕ້ອນຮັບທູດໄທເຂົ້າຢ້ຽມອໍາລາສໍາເລັດໜ້າທີ່ວຽກງານການທູດຢູ່ ສປປ ລາວ

ວັນທີ 9 ກັນຍາ 2022 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ, ຢູ່ຫ້ອງຮັບແຂກຂອງສະພາແຫ່ງຊາດ ໃນໂອກາດທີ່ທ່ານທູດສໍາເລັດໃນການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ.
ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດ ທີ່ໄດ້ປະຕິບັດໜ້າທີ່ທາງການທູດ ປະຈໍາ ສປປ ລາວ ຈົນສໍາເລັດຜົນ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ – ຣາຊະອານາຈັກໄທ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ຂອງທ່ານ.
ພ້ອມນີ້, ທ່ານທູດໄທ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອຕະຫລອດໄລຍະເວລາ ທີ່ປະຕິບັດວຽກງານການທູດຢູ່ ສປປ ລາວ ຈົນປະສົບຜົນສຳເລັດຕາມລະດັບຄາດໝາຍ. ເຊິ່ງໄລຍະຜ່ານມາການຮ່ວມມືຂອງສອງປະເທດ ລາວ-ໄທ ມີການລົງທຶນທີ່ສໍາຄັນເປັນຕົ້ນ: ທຸລະກິດໂຮງແຮມ, ໂທລະຄົມມະນາຄົມ, ການຂົນສົ່ງ, ພະລັງງານໄຟຟ້າ, ອຸດສາຫະກໍາ, ທະນາຄານ, ເຄື່ອງນຸ່ງຫົ່ມ, ຫັດທະກໍາ, ການທ່ອງທ່ຽວ ແລະ ອື່ນໆ, ໂດຍມູນຄ່າການລົງທຶນຂອງໄທຢູ່ລາວ ປະມານ 4,7 ຕື້ໂດລາ, ມີ 761 ໂຄງການ ແລະ ຖືກຈັດຢູ່ອັນດັບ 2 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ຮອງຈາກ ສປ ຈີນ.

