ສຶກສາອົບຮົມ ກຸ່ມເປົ້າໝາຍ ທີ່ພົວພັນກັບຢາເສບຕິດຈໍານວນ 42 ຄົນ.

ທ່ານ ພັຕ ໜູຊອນ ໄຊຍະວົງ ນາຍບ້ານໆ ແກ້ງກະເບົາ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ໃນລະຫ່ວາງວັນທີ 6-7 ກັນຍາ 2022 ນີ້ ການຈັດຕັ້ງບ້ານແກ້ງກະເບົາຮ່ວມກັບ ປກສ ປກຊ ບ້ານ, ປກສ ກຸ່ມບ້ານ ໄດ້ນໍາເອົາກຸ່ມເປົ້າໝາຍ ທີ່ພົວພັນກັບຢາເສບຕິດ ມາສຶກສາອົບຮົມ ພ້ອມທັງສືບສວນ-ສອບສວນ ຕາມຫລັກວິຊາສະເພາະ, ເຊິ່ງເປົ້າໝາຍທັງໝົດທີ່ຈະນໍາມາສຶກສາອົບຮົມມີທັງໝົດ 75 ຄົນ, ຜ່ານການປະຕິບັດຕົວຈິງ ປະຕິບັດໄດ້ 42 ຄົດ, ຍັງ 33 ຄົນ.
ສ່ວນຈໍານວນ 33 ຄົນ ທີ່ຍັງບໍ່ໄດ້ເຂົ້າມາສຶກສາອົບຮົ່ມຄັ້ງນີ້ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ຈົນກວ່າຈະສໍາເລັດ, ຂື້ນບັນຊີເປົ້າໝາຍຜູ້ຄ້າຂາຍຢາເສບຕິດລາຍຍ່ອຍໄດ້ 2 ຄົນ, ສຶກສາອົບຮົມກຸ່ມໄວໜຸ່ມ ທີ່ມົ້ວສຸມຕົ້ມໃບກະທ້ອມ 3 ຄົນ, ກໍາລັງ ປກສ-ປກຊ ບ້ານ ໄດ້ເຄື່ອນໄຫວ ເວນຍາມ ແລະ ຕິດຕາມສະພາບການຕ່າງໆພາຍໃນບ້ານ 15 ຄັ້ງ, ໄດ້ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນ 1 ຄັ້ງ ມີຜູ້ຕ້ອງຫາ ເປັນເດັກຊາຍ 3 ຄົນ ແລະ ໄດ້ເອົາຕົວຜູ້ກ່ຽວທັງ 3 ນໍາສົ່ງເຈົ້າໜ້າທີ່ ປກສ ເມືອງໄຊບູລີ. ພ້ອມກັນນັ້ນຍັງໄດ້ເຜີຍແຜ່ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບ ຜົນຮ້າຍ ແລະ ໄພອັນຕະລາຍ ຂອງຢາເສບຕິດ ທີ່ສົ່ງຜົນກະທົບດ້ານລົບຕໍ່ ຜູ້ເສບ, ຜູ້ຜະລິດ, ຜູ້ກະທໍາຜິດອື່ນໆກ່ຽວກັບຢາເສບຕິດ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

