ແມນຢູ ກຽມເຈລະຈາຕໍ່ສັນຍາ ແຣສຟອດ ປ້ອງກັນ ເປແອສເຊ ດຶງໄປຮ່ວມທີມ

ແມນເຊສເຕີ ຢູໄນເຕັດ ພ້ອມທີ່ຈະເປີດການເຈລະຈາກັບ ມາຄັສ ແຣສຟອດ ກອງໜ້າຄົນດັງຂອງທີມກ່ຽວກັບເລື່ອງສັນຍາສະ ບັບໃຫມ່ ຕາມການລາຍງານຂອງ THE SUN ສື່ຂອງປະເທດອັງກິດ.
ກ່ອນໜ້ານີ້ນັກເຕະອາຍຸ 24 ປີ ຕົກເປັນຂ່າວກັບ ປາຣີສ ແຊັງ ແຊັກແມັງ ຢ່າງໜັກ ຫລັງຈາກທີ່ລາວເຫລືອສັນຍາກັບທີມເຖິງ ລະດູການໜ້າເທົ່ານັ້ນ ໂດຍເຖິງວ່າຈະມີຕົວເລືອກທີ່ຈະຂະຫຍາຍສັນຍາ 1 ປີ ແຕ່ກໍບໍ່ໄດ້ເປັນການຮັບປະກັນວ່າຈະ ມີການໃຊ້ຕົວເລືອກນັ້ນແທ້.
ທັງນີ້ ສື່ດັ່ງກ່າວບອກວ່າ ແມນຢູ ພ້ອມທີ່ຈະໃຫ້ສັນຍາທີ່ມີໄລຍະເວລາເຖິງ 5 ປີກັບ ແຣສຟອດ ແຕ່ບໍ່ມີການເປີດວ່າຈະໃຫ້ຄ່າ ເມື່ອຍລາວເພີ່ມເປັນເທົ່າໃດ ໂດຍເຊື່ອກັນວ່າປັດຈຸບັນດາວຍິງທີມຊາດອັງກິດໄດ້ຮັບເງິນຢູ່ທີ່ອາທິດລະ 200,000 ປອນ.

