ສື່ລາຍງານ ໂຣນັລໂດ ເຮັດໃຫ້ ທູເຄິລ-ໂບລີ ຂັດແຍ່ງກັນ ກ່ອນຈະຖືກປົດຕຳແໜ່ງ

ສື່ລາຍງານວ່າ ການທີ່ ໂທມັສ ທູເຄິລ ປະຕິເສດບໍ່ເອົາ ຄຣິສຕຽນໂນ ໂຣນັລໂດ ມາຮ່ວມທີມສົ່ງຜົນໃຫ້ລາວເກີດຄວາມຂັດແຍ່ງກັບ ທັອດ ໂບລີ ກ່ອນສຸດທ້າຍລາວຖືກປົດຕຳແໜ່ງຜູ້ຈັດການທີມ.
ສຳລັບ ທູເຄິລ ຫາກໍຖືກປົດອອກຈາກຜູ້ຈັດການທີມ ເຊລຊີ ແບບກະທັນຫັນເມື່ອວັນທີ 7 ກັນຍາ ຫລັງພາທີມ ເຊລຊີ ເສຍໃຫ້ ດີນາໂມ ຊາເກຣັບ 0-1 ໃນການແຂ່ງຂັນບານເຕະ ຢູຟາ ແຊ໊ມປຽນ ລີກ ຮອບແບ່ງກຸ່ມ.
ແນວໃດກໍຕາມ ສື່ລາຍງານວ່າ ສາເຫດທີ່ ທູເຄິລ ອາຍຸ 49 ປີ ຖືກປົດຕຳແໜ່ງນັ້ນບໍ່ແມ່ນເລື່ອງຜົນງານຂອງ ທີມໃນລະດູ ການນີ້ເທົ່ານັ້ນ ແຕ່ຍັງເປັນເລື່ອງຂອງຄວາມສູນເສຍສັດທາຈາກນັກເຕະ ລວມເຖິງຄວາມຂັດແຍ່ງກັບ ທັອດ ໂບລີ ເຈົ້າຂອງສະໂມສອນຄົນໃຫມ່ ເປັນຕົ້ນ.
ຈົນຫລ້າສຸດ ຄຣິສຕຽນ ຟອກ ຜູ້ປະກາດຂ່າວຈາກ Bild ສື່ເຢຍລະມັນ ລະບຸວ່າ ໜຶ່ງໃນສາເຫດທີ່ເຮັດໃຫ້ ທູເຄິລ ບາດຫມາງກັບ ໂບລີ ນັ້ນກໍຄືການທີ່ລາວປະຕິເສດທີ່ຈະຄວ້າ ຄຣິສຕຽນໂນ ໂຣນັລໂດ ກອງໜ້າ ແມນເຊສເຕີ ຢູໄນເຕັດ ເມື່ອຕະຫລາດລະດູການ ຜ່ານມາ ທັງທີ່ເຈົ້າຂອງທີມຊາວອາເມລິກາຕ້ອງການໃຫ້ ໂຣນັລໂດ ມາຫລິ້ນກັບເຊລຊີ.
ໂດຍສາເຫດທີ່ ທູເຄິລ ປະຕິເສດໂອກາດຄວ້າ ໂຣນັລໂດ ມາເສີມທີມ ເນື່ອງຈາກກັງວົນວ່າດາວຍິງອາຍຸ 37 ປີຈະເຂົ້າມາທຳລາຍ ຈິດວິນຍານໃນຫ້ອງແຕ່ຕົວ.

