ເກີດໄຟໄໝ້ຮ້ານບັນເທີງຢູ່ຫວຽດນາມ ມີຜູ້ເສຍຊີວີດ 32 ຄົນ

ອີງຕາມໜັງສືພິມ Cong an Nhan dan ຂອງຫວຽດນາມ ໃນວັນທີ 6 ກັນຍາ 2022 ລາຍງານໃຫ້ຮູ້ວ່າ: ເກີດເຫດໄຟໄໝ້ທີ່ຮ້ານບັນເທີງຄາຣາໂອເກະແຫ່ງໜຶ່ງ ໃນເມືອງ ຖ່ວນອັນ (Thuan An), ທາງທິດເໜືອ ຂອງນະຄອນໂຮ່ຈີມິນ ເຮັດໃຫ້ເກີດ ແປວໄຟໄດ້ລຸກໄໝ້ຂຶ້ນຢ່າງວ່ອງໄວ ເນື່ອງຈາກໂຄງສ້າງຫລັກ ຂອງອາຄານເປັນໄມ້ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 32 ຄົນ ຊາຍ 17 ຄົນ .ໃນເບື້ອງຕົ້ນ ຄາດວ່າເກີດຈາກລະບົບ ໄຟຟ້າລັດວົງຈອນ ແລະ ຖືເປັນເຫດໄຟໄໝ້ ຄັ້ງຮຸນແຮງທີ່ສຸດ ໃນຮອບ 4 ປີ ຜ່ານມາ ຂອງຫວຽດນາມ

