3 ເຕັກນິກທີ່ຈະເຮັດໃຫ້ທ່ານກາຍເປັນຄົນຊ່າງຮຽນຮູ້.

ການຮຽນຮູ້ເປັນສິ່ງສຳຄັນ ເພາະວ່າມັນຈະຊ່ວຍໃຫ້ທ່ານພັດທະນາຕົນເອງ ໃນຊີວິດຂອງຄົນເຮົາຈຶ່ງບໍ່ຄວນທີ່ຈະຢຸດຮຽນຮູ້ ເພາະຖ້າເປັນແບບນັ້ນກໍບໍ່ຕ່າງຫຍັງຈາກ ຈອກທີ່ມີນຳ້ຢູ່ເຕັມ ບໍ່ວ່າຈະຕື່ມນຳ້ໃສ່ເທົ່າໃດກໍຈະລົ້ນອອກມາສະເໝີ ແລະ ສື່ໃຫ້ເຫັນນຳວ່າຄົນປະເພດນີ້ບໍ່ສາມາດຮຽນຮູ້ຫຍັງໄດ້ອີກແລ້ວ ເພາະເຂົາຄິດວ່າຕົນເອງຮູ້ໄປໝົດທຸກຢ່າງ ເຊິ່ງຊີວິດຂອງຄົນເຮົາບໍ່ສາມາດທີ່ຈະຮູ້ທຸກຢ່າງໄດ້. ດັ່ງນັ້ນ, ຈຶ່ງຈຳເປັນຫລາຍທີ່ເຮົາຈະຕ້ອງຮຽນຮູ້ໄປເລື້ອຍໆຕະຫລອດຊີວິດ. ບົດຄວາມນີ້ຈະມາແນະນຳເຕັກນິກທີ່ເຮັດໃຫ້ທ່ານກາຍເປັນຄົນທີ່ຊ່າງຮຽນຮູ້ ບໍ່ຈຳເປັນວ່າທ່ານຈະຕ້ອງເປັນນັກຮຽນ-ນັກສຶກສາ ບໍ່ວ່າທ່ານຈະເປັນໃຜ ເຕັກນິກເຫລົ່ານີ້ກໍຈະຊ່ວຍທ່ານໄດ້ສະເໝີ ເພາະຊີວິດແມ່ນການຮຽນຮູ້ນັ້ນເອງ.
- ຄິດໃຫ້ຄືເດັກນ້ອຍ : ແມ່ນແລ້ວ ທ່ານຕ້ອງມີວິທີຄິດຄ້າຍໆກັບເດັກນ້ອຍທີ່ມັກຈະສົງໄສໄຝ່ຮູ້ຕະຫລອດເວລາ ແລະ ນິໄສແບບນີ້ເອງທີ່ເຮັດໃຫ້ເດັກນ້ອຍມີຄວາມຕ້ອງການທີ່ຈະຮຽນຮູ້ກ່ຽວກັບໂລກໜ່ວຍນີ້ ເພາະເມື່ອພວກເຂົາໃຫຍ່ຂຶ້ນ ຄວາມສົງໄສມັກຈະຫາຍໄປໂດຍທີ່ເຮົາບໍ່ຮູ້ໂຕ ເຮົາກາຍເປັນຄົນທໍລະນົງ ຄິດວ່າຕົນເອງຮູ້ ແລະ ປິດກັ້ນຄວາມຮູ້ໃໝ່ໆ. ດັ່ງນັ້ນ, ສິ່ງທີ່ທ່ານຄວນເຮັດກໍຄື ເອົາຄວາມເປັນເດັກນ້ອຍກັບມາ ທ່ານຕ້ອງຊ່າງສົງໄສ ແລະ ພະຍາຍາມຫາຄຳຕອບຈາກສິ່ງເຫລົ່ານັ້ນ ເຊັ່ນວ່າ : ຖ້າທ່ານເຫັນບໍລິສັດທີ່ກຳລັງເປີດໃໝ່ໄດ້ບໍ່ດົນປະສົບຄວາມສຳເລັດຫລາຍ ຄວາມສົງໄສກໍອາດຈະເກີດຂຶ້ນໃນໃຈຂອງທ່ານວ່າ ເປັນຫຍັງເຂົາຈຶ່ງປະສົບຄວາມສຳເລັດໄດ້ໄວປານນັ້ນ ?
- ມີຄູ – ອາຈານ ຫລື ຄົນຄອຍແນະນຳທີ່ໄວ້ໃຈໄດ້ : ການມີຄົນສອນຈະເຮັດໃຫ້ທ່ານຮຽນຮູ້ໄດ້ໄວຍິ່ງຂຶ້ນ ແລະ ຖ້າຄົນເຫລົ່ານັ້ນເປັນຄົນທີ່ມີຄວາມສາມາດແລ້ວ ທ່ານຈະຮັກການຮຽນຮູ້ຫລາຍຂຶ້ນ. ການມີຄົນແນະນຳຊີ້ທາງ ນັ້ນໝາຍຄວາມວ່າ ພວກເຂົາເອົາປະສົບການຂອງຕົນເອງມາຖ່າຍທອດໃຫ້ກັບພວກເຮົາ ອັນໃດທີ່ພວກເຂົາເຮັດສຳເລັດ ຫລື ອັນໃດທີ່ເຄີຍເຮັດຜິດພາດ ເຮົາຈະໄດ້ຮຽນຮູ້ສິ່ງເຫລົ່ານີ້ໃນເວລາອັນສັ້ນ. ການມີຜູ້ຊ່ຽວຊານມາຄອຍແນະນຳຊີ້ທາງ ຈຶ່ງເປັນເລື່ອງຈຳເປັນຫລາຍ.
- ອ່ານ ແລະ ອ່ານໃຫ້ຫລາຍໆ : ຂໍ້ທີ່ຜ່ານມາບອກໄວ້ວ່າທ່ານຄວນຈະມີຄູ – ອາຈານ ຄຳຖາມທີ່ທ່ານອາດຈະຖາມກັບຄືນມາກໍຄື ແລ້ວຈະໄປຫາຄົນເຫລົ່ານັ້ນມາຈາກໃສ ? ຄຳຕອບທີ່ເຮົາຢາກບອກກໍຄື ໜັງສື ເຊິ່ງໜັງສືກໍເປັນຄູ-ອາຈານທີ່ດີໄດ້ ແລະ ສຳຫລັບບາງຄົນມັນອາດຈະເປັນຄູທີ່ດີທີ່ສຸດ. ການອ່ານໜັງສືເປັນການຮັບຮູ້ເຖິງປະສົບການ ຫລື ຄວາມຮູ້ຂອງໃຜຈັກຄົນໜຶ່ງ ພຽງແຕ່ທ່ານອ່ານໜັງສືຈົບ 1 ຫົວ ທ່ານກໍອາດຈະໄດ້ຮູ້ຈັກຊີວິດຂອງຄົນໆນັ້ນທີ່ດຳເນີນມາຍາວນານຫລາຍປີ ເມື່ອທຽບກັບເວລາທີ່ເສຍໄປແລ້ວ ມັນຈຶ່ງກຸ້ມຄ່າຫລາຍໆ. ພວກເຮົາຄິດວ່າພຽງແຕ່ທ່ານໄດ້ໄອເດຍດີໆຈາກການອ່ານໜັງສື ມັນກໍກຸ້ມຄ່າກັບເງິນ ແລະ ເວລາທີ່ຈ່າຍໄປແລ້ວ.

