ໂຈຊົວ ຕອບຮັບຄຳທ້າ ຟິວຣີ ພ້ອມຂຶ້ນຊົກຊີງແຊ໊ມຍອດມວຍໂລກຮຸ່ນເຮຟວີເວດ

ແອນໂທນີ ໂຈຊົວ ຕອບຮັບຄຳທ້າ ຂອງ ໄທສັນ ຟິວຣີ ຍອດມວຍໂລກຮຸ່ນເຮຟວີເວດ ສະພາມວຍໂລກ (WBC) ເຮັດເສິກ Battle of Briten ຫລັງເຄີິຍເກືອບຈະໄດ້ຊົກກັນເມື່ອ 2 ປີກ່ອນມາແລ້ວຄັ້ງຫນຶ່ງ.
ໂຈຊົວ ຫາກໍພາດທ່າເສຍໄຊໃຫ້ ໂອເລັກຊານເດີ ອູຊິກ ນັກຊົກຊາວຢູເຄຣນ ໃນການແຂ່ງຂັນຊີງສາຍແອວ 4 ເສັ້ນ ຄື WBA, IBF, WBO ແລະ IBO ໃນການຊົກທີ່ຊາອຸດິອາຣະເບຍ ຂະນະດຽວກັນ ຟິວຣີ ເອງກໍຍັງຫາຄູ່ຊົກບໍ່ໄດ້ ຫລ້າສຸດ ແຊ໊ມໂລກ ສະພາມວຍໂລກ ອາຍຸ 34 ປີ ອອກປາກເຊື້ອເຊີນ ໂຈຊົວ ໃຫ້ມາຂຶ້ນຊົກກັນ ອີກເທື່ອຫນຶ່ງຫລັງຈາກທີ່ທັງຄູ່ເກືອບຈະໄດ້ຊົກກັນມາແລ້ວໃນປີ 2020 ທີ່ສະຫະລັດ ອາເມລິກາ ແຕ່ ໂຈຊົວ ມີບັນຫາເລື່ອງວີຊາ ເພາະ ເດນຽລ ຄີເນຮານ ທີມງານຂອງໂຈຊົວ ມີຄວາມກ່ຽວຂ້ອງກັບກຸ່ມຄະ ດີອາດຊະຍາກຳຂ້າມຊາດ ເຮັດໃຫ້ເກມໄດ້ກ່າວຕ້ອງຫລົ່ມໄປ.
‘‘ ເຈົ້າຄົງຮູ້ກັນແລ້ວວ່າຂ້ອຍຈະຊົກໃນອີກ 2-3 ເດືອນຂ້າງໜ້າ ກ່ອນທີ່ຂ້ອຍຈະປະກາດຄູ່ຊົກຄົນຕໍ່ໄປ ແອນໂທນີ ໂຈຊົວ ຂ້ອຍຮູ້ວ່າ ເຈົ້າຫາກໍເສຍ ອູຊິກ ມາໝາດໆ ຂ້ອຍຮູ້ວ່າເຈົ້າບໍ່ມີສາຍແອວຫຍັງແລ້ວໃນຕອນນີ້ ຂ້ອຍຢາກຈະໃຫ້ໂອກາດເຈົ້າໄດ້ຊົກກັບຂ້ອຍ ເພື່ອສາຍແອວ ແຊ໊ມໂລກ ເຮຟວີເວດ ດັບເບິລຢູບີຊີ ຖ້າເຈົ້າສົມບູນພໍຈະຊົກໄດ້ 12 ຍົກກໍມາເລີຍ ຖ້າສົນໃຈ ຂ້ອຍຈະສົ່ງ ວັນ-ເວລາ ເຮັດເສິກແຫ່ງບຣິເຕນ ອີກຮອບກໍໄດ້ ’’.
ຈາກນັ້ນ ໂຈຊົວ ໄດ້ຕອບກັບສັ້ນໆວ່າ : ‘‘ ໂອເຄ ແຕ່ຢ່າລົມເລື່ອງແບບນີ້ໃນໂລກອອນລາຍ ຂ້ອຍພ້ອມເດືອນທັນວານີ້ ’’.

