ຊາອຸດິອາຣາເບຍ ໄດ້ລົງນາມຂໍ້ຕົກລົງ ເປັນເຈົ້າພາບ ການແຂ່ງຂັນ MotoGP ຊິງແຊ້ມໂລກ

ການແຂ່ງຂັນລົດຈັກທາງລຽບຊິງແຊ້ມໂລກ MotoGP ກຽມຕ້ອນຮັບປະເທດເຈົ້າພາບໃໝ່ ຫລັງ​ຈາກ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ກັບ ຊາ​ອຸ​ດິ​ອາ​ຣາ​ເບຍ ໃນຖານະເປັນເຈົ້າພາບຈັດການແຂ່ງຂັນໃນອະນາຄົດ.

ຄາເມລໂຣ ເອສເປເລຕາ ປະທານບໍລິສັດ ດອນນາ, ຜູ້ຖືສິດການຈັດການແຂ່ງຂັນລົດຈັກອັນດັບ 1 ຂອງໂລກ, ກ່າວວ່າ: “ຕາເວັນອອກກາງແມ່ນຕະຫລາດໃຫຍ່ສຳລັບວົງການກິລາມໍເຕີສະປອດ. ມີ​ຄວາມ​ຈຳ​ເປັນ​ຢ່າງ​ຫລາຍ​ສຳລັບ​ເຫດການ​ນີ້​ທີ່​ຈະ​ຈັດ​ຂຶ້ນ​ໃນ​ລາຊະອານາຈັກ ແລະ ຜົນການສໍາຫລວດສະແດງໃຫ້ເຫັນວ່າ 80% ຂອງຊາວ ຊາ​ອຸ​ດິ​ອາ​ຣາ​ເບຍ ຕ້ອງການທີ່ຈະເຫັນສິ່ງນີ້ເກີດຂຶ້ນ.”

ຍັງບໍ່ທັນໄດ້ເປີດເຜີຍລາຍລະອຽດວ່າ ຊາ​ອຸ​ດິ​ອາ​ຣາ​ເບຍ ຈະຮັບເປັນເຈົ້າພາບຈັກປີ? ໄລຍາເວລາເລີ່ມຕົ້ນປີໃດ? ຢ່າງໃດກໍ່ຕາມ, ອາດຈະມີການປະກາດການຢືນຢັນຢ່າງເປັນທາງການໃນໄວໆນີ້. ຫລັງ​ລັດຖະບານ ຊາ​ອຸ​ດິ​ອາ​ຣາ​ເບຍ ແລະ ດອນນາ ໄດ້ລົງນາມໃນຂໍ້ຕົກລົງທີ່ຈະຈັດການແຂ່ງຂັນ MotoGP ຮ່ວມກັນເປັນທີ່ຮຽບຮ້ອຍ. ສ່ວນສະໜາມແຂ່ງຂັນ ຄາດວ່າຈະເປັນສະໜາມທີ່ສ້າງຂຶ້ນໃໝ່ ແຫ່ງໃດໜຶ່ງໃນປະເທດ.

ນັບເປັນຄັ້ງທໍາອິດໃນ ຊາ​ອຸ​ດິ​ອາ​ຣາ​ເບຍ ທີ່ຈະໄດ້ເປັນເຈົ້າພາບການແຂ່ງຂັນ MotoGP, ໂດຍກ່ອນໜ້ານີ້ພວກເຂົາໄດ້ຮັບໜ້າທີ່ເປັນເຈົ້າພາບການແຂ່ງຂັນ F1 Formula One World Championship ຊິງແຊ້ມໂລກ ,ລາຍການ Saudi Grand Prix ຕັ້ງແຕ່ປີ 2021, ແລະ ໄດ້ຮັບການຕອບຮັບຢ່າງຫລວງຫລາຍຈາກຜູ້ຊົມໃນປະເທດ ແລະ ນັກທ່ອງທ່ຽວເປັນຢ່າງດີ ຈົນມີການລົງນາມເຊັນສັນຍາເປັນເຈົ້າພາບ F1 ໄລຍະຍາວເຖິງ 15 ປີ.

ທີ່ມາ : https://www.bbc.com/sport/motorsport/62796771