ເຜີຍການວິໄຈ 9 ວິທີລ້ຽງລູກໃຫ້ປະສົບຄວາມສຳເລັດ.

ພໍ່ແມ່ຍຸກໃໝ່ລ້ວນຄາດຫວັງໃຫ້ລູກໃຫຍ່ມາເປັນຄົນດີ ແລະ ປະສົບຄວາມສຳເລັດໃນຊີວິດ, ແຕ່ຈະເປັນແນວໃດນັ້ນ ຫົວໃຈສຳຄັນກໍຕ້ອງເກີດຈາກການລ້ຽງດູ ແລະ ສ້າງຄວາມຄິດທີ່ຖືກຕ້ອງໃຫ້ພວກເຂົາຕັ້ງແຕ່ຍັງນ້ອຍ. ພວກເຮົາຈຶ່ງນຳເອົາວຽກງານການວິໄຈຈາກຕ່າງປະເທດກ່ຽວກັບວິທີການລ້ຽງລູກໃຫ້ປະສົບຄວາມສຳເລັດ ແລະ ໄດ້ແບ່ງເປັນ 9 ຂໍ້ຫລັກໆ ດັ່ງນີ້ ມາແນະນຳບັນດາທ່ານ.
- ຢ່າບອກລູກວ່າ “ພວກເຂົາສາມາດເປັນຫຍັງກໍໄດ້ທີ່ຕ້ອງການ” : ຜົນການວິໄຈຂອງບໍລິສັດ C+R R esearch ໄດ້ສຳຫລວດໄວໜຸ່ມອາເມລິກາຫລາຍກ່ວາ 400 ຄົນ ຖາມພວກເຂົາວ່າຢາກປະກອບອາຊີບຫຍັງໃນອະນາຄົດ ສ່ວນຫລາຍຕອບວ່າ ຢາກເປັນນັກດົນຕີ, ນັກກິລາ ແລະ ເກມເມີ ເຊິ່ງໃນຄວາມເປັນຈິງ ອາຊີບເຫລົ່ານີ້ເປັນວຽກທີ່ມີຄວາມຕ້ອງການຕໍ່າ ແລະ ມີໂອກາດສຳເລັດໜ້ອຍ, ຕຳແໜ່ງວຽກທີ່ມີຄວາມຕ້ອງການສູງຢູ່ໃນທຸລະກິດສຸຂະພາບ, ທຸລະກິດເຕັກໂນໂລຊີ ແລະ ທຸລະກິດກໍ່ສ້າງ ອາຊີບເຫລົ່ານີ້ລ້ວນເປັນອາຊີບທີ່ມີລາຍໄດ້ດີກ່ວາ ແລະ ໂອກາດສຳເລັດທີ່ຫລາຍກ່ວາ.
- ກິນເຂົ້າກັນເປັນຄອບຄົວ : ອ້າງອີງຂໍ້ມູນຈາກການວິໄຈຂອງມະຫາວິທະຍາໄລຮາເວີດ ເດັກນ້ອຍທີ່ກິນເຂົ້າຮ່ວມກັນກັບຄອບຄົວ ປະມານ 5 ມື້ຕໍ່ອາທິດ ມີອັດຕາຖືພາໃນໄວຮຽນ, ຊຶມເສົ້າ ແລະ ການໃຊ້ສານເສບຕິດທີ່ຕໍ່າກ່ວາເດັກຄົນອື່ນໆ ລວມໄປເຖິງພວກເຂົາຍັງມີຄະແນນການຮຽນ ແລະ ຄວາມພາກພູມໃຈໃນຕົນເອງທີ່ສູງກ່ວາເດັກນ້ອຍຄົນອື່ນໆ.
- ຕັ້ງກົດ ກຳນົດເວລາຢູ່ໜ້າຈໍ : ນັກວິໄຈພົບການໃຊ້ແທັບເລັດ ແລະ ສະມາດໂຟນດົນເກີນໄປ ສົ່ງຜົນຮ້າຍຕໍ່ສະໝອງຂອງເດັກນ້ອຍ ໂດຍສະເພາະດ້ານການພັດທະນາຄວາມສາມາດ ລວມເຖິງການຈົດຈໍ່, ການຈື່ຈຳຄຳສັບ ແລະ ທັກສະທາງສັງຄົມ. ຜູ້ຊ່ຽວຊານເຕືອນວ່າ ສຳລັບເດັກອາຍຸ 2 – 5 ປີ ຂໍແນະນຳໃຫ້ຈຳກັດເວລາຢູ່ໜ້າຈໍໄວ້ 1 ຊົ່ວໂມງຕໍ່ມື້. ສ່ວນເດັກນ້ອຍທີ່ອາຍຸເກີນນີ້ໃຫ້ລະວັງເລື່ອງການພັກຜ່ອນໃຫ້ພຽງພໍ ແລະ ການເຂົ້າສັງຄົມ ຢ່າໃຫ້ເວລາຢູ່ໜ້າຈໍມາແທນບ່ອນກິດຈະກຳທີ່ສຳຄັນເຫລົ່ານີ້.
- ພໍ່ແມ່ເຮັດວຽກນອກບ້ານ : ແນ່ນອນວ່າການທີ່ທ່ານສາມາດຢູ່ກັບລູກໄດ້ຕະຫລອດເວລານັ້ນກໍມີຂໍ້ດີ ແລະ ປະໂຫຍດຫລາຍຢ່າງ ແຕ່ມີການວິໄຈໜຶ່ງຈາກ Harvard Business School ລະບຸວ່າ ລູກທີ່ພໍ່ແມ່ເຮັດວຽກນອກບ້ານ ໃນອະນາຄົດມີໂອກາດທີ່ຈະເປັນນາຍຕົນເອງ ຫລື ໄດ້ເຮັດວຽກໃນຕຳແໜ່ງສູງ ແລະ ມີລາຍໄດ້ທີ່ຫລາຍກ່ວາ.
- ໃຫ້ລູກໆເຮັດວຽກເຮືອນ : ໃນງານ TED ປີ 2015, Julie Lythcott – Haims ຜູ້ຂຽນໜັງສື How to Raise an Adult ແລະ ເປັນອະດີດຄະນະບໍດີມະຫາວິທະຍາໄລສະແຕນຟອດ ໄດ້ອ້າງອີງການສຶກສາຂອງ Harvard Grant Study ເຊິ່ງພົບວ່າ ກຸ່ມທົດລອງທີ່ປະສົບຄວາມສຳເລັດໃນວິຊາຊີບຫລາຍທີ່ສຸດ ແມ່ນຄົນທີ່ ເຮັດວຽກເຮືອນຕັ້ງແຕ່ຍັງນ້ອຍ.
- ສອນໃຫ້ມີຄວາມອົດທົນລໍຄອຍ : ການສຶກສາວິໄຈຂອງ Walter Mischel ເລີ່ມທົດລອງໂດຍການນຳເອົາເດັກອະນຸບານທີ່ມີອາຍຸສະເລ່ຍ 4 – 6 ປີ ມາໄວ້ໃນຫ້ອງທີ່ກຽມເຂົ້າໜົມຫວານໃຫ້ເດັກເລືອກ ເຊິ່ງໄດ້ແກ່ Oreo Cookie ແລະ Marshmallow ໂດຍທີ່ມີສັນຍາວ່າຖ້າເດັກຄົນໃດຈະກິນເຂົ້າໜົມຫວານເຫລົ່ານັ້ນທັນທີກໍຈະໄດ້ພຽງອັນດຽວ, ແຕ່ຫາກລໍຖ້າອີກ 15 ນາທີ ກໍຈະໄດ້ກິນ 2 ອັນ ມີເດັກນ້ອຍບາງຄົນຈັບກິນທັນທີທີ່ຜູ້ວິໄຈອອກຈາກຫ້ອງ. ມີເດັກທີ່ເຂົ້າຮ່ວມໃນການສຶກສາວິໄຈນີ້ກ່ວາ 600 ຄົນ ເດັກສ່ວນໜ້ອຍເທົ່ານັ້ນທີ່ຈັບເຂົ້າໜົມກິນທັນທີເມື່ອຜູ້ວິໄຈອອກຈາກຫ້ອງ ທີ່ເຫລືອຄ່ອຍໆທະຍອຍເຂົ້າມາຈັບກິນ, ແຕ່ມີພຽງ 1 ໃນ 3 ເທົ່ານັ້ນ ທີ່ອົດທົນລໍຖ້າໄດ້ເຖິງ 15 ນາທີ ເພື່ອຈະໄດ້ເຂົ້າໜົມ 2 ອັນ ການທົດລອງຄັ້ງທຳອິດເກີດຂຶ້ນໃນປີ 1970 ເອີ້ນວ່າ Marshmallow Test. ແລະ Follow – up Study ພົບວ່າ ເດັກກຸ່ມທີ່ມີຄວາມສາມາດໃນການອົດທົນລໍຖ້າເມື່ອເວລາຜ່ານໄປ 10 ປີ ຜູ້ປົກຄອງບັນລະຍາຍວ່າລູກຫລານຂອງຕົນເຊິ່ງຢູ່ໃນລະດັບໄວໜຸ່ມເປັນຜູ້ມີສະມັດຕະພາບ ຫລື ຄວາມສາມາດທົ່ວໄປສູງກ່ວາອີກກຸ່ມ. ການສຶກສາຄັ້ງທີ 2 ໃນປີ 1990 ພົບວ່າ ເດັກກຸ່ມທີ່ມີຄວາມສາມາດໃນການອົດທົນລໍຖ້າ ມີຄະແນນ SAT ສູງກ່ວາອີກກຸ່ມ.
- ອ່ານໜັງສືໃຫ້ລູກຟັງ : ນັກວິໄຈຈາກ New York University School of Medicine ພົບວ່າ ການທີ່ພໍ່ແມ່ອ່ານໜັງສືໃຫ້ລູກຟັງຕັ້ງແຕ່ຍັງເປັນແອນ້ອຍ ຊ່ວຍໃຫ້ລູກມີທັກສະດ້ານພາສາ, ການອ່ານອອກຂຽນໄດ້ ແລະ ການອ່ານໜັງສືດີກ່ວາໝູ່ເພື່ອນຄົນອື່ນໃນໄວປະຖົມ ແລະ ມີໂອກາດທີ່ເດັກຄົນນັ້ນຈະໃຫຍ່ໄປມີນິໄສຮັກການອ່ານ ເຊິ່ງຈະເປັນປະໂຫຍດກັບພວກເຂົາຫລາຍໃນພາຍຫລັງ ຕາມທີ່ ດຣ. ອະລິສຊັລລິແວນ ຜູ້ເຊິ່ງສຶກສາ ແລະ ຕິດຕາມແງ່ມຸມຕ່າງໆຂອງຜູ້ຄົນກ່ວາ 17.000 ຄົນໃນອັງກິດ “ພວກເຮົານຳເອົາເດັກທີ່ມີປະຫວັດທາງສັງຄົມຄືກັນ ແລະ ມີຄວາມສາມາດໃກ້ຄຽງກັນ ມາເຮັດການທົດລອງ ແລ້ວພົບວ່າ ເດັກທີ່ມີນິໄສຮັກການອ່ານ ມີຜົນການທົດລອງທີ່ສູງກ່ວາເດັກທີ່ອ່ານໜັງສືໜ້ອຍກ່ວາ” ນາງຂຽນໃຫ້ແກ່ The Guardian ກ່າວຕື່ມວ່າ ນິໄສຮັກການອ່ານກ່ຽວຂ້ອງກັບຄວາມກ້າວໜ້າທາງສະຕິປັນຍາທີ່ຫລາຍຂຶ້ນທັງໃນດ້ານຄຳສັບການສະກົດຄຳ ແລະ ຄະນິດສາດ.
- ສະໜັບສະໜູນໃຫ້ລູກເດີນທາງທ່ອງທ່ຽວ : ສະມາຄົມການເດີນທາງຂອງນັກຮຽນ ແລະ ເຍົາວະຊົນ (SYTA) ໄດ້ໃຫ້ຄູໃນສະຫະລັດອາເມລິກາ ຈຳນວນ 1.432 ຄົນ ທີ່ໃຫ້ເຄຣດິດການເດີນທາງລະຫ່ວາງປະເທດຂອງນັກຮຽນ ເຮັດແບບສອບຖາມ ຜົນສະຫລຸບອອກມາວ່າ : ການເດີນທາງໄປຕ່າງປະເທດສົ່ງຜົນກະທົບຕໍ່ນັກຮຽນໃນຮູບແບບທີ່ດີຫລາຍກ່ວາ ເຊັ່ນ :
- ຕ້ອງການເດີນທາງຫລາຍຂຶ້ນ 76%.
- ເພີ່ມຄວາມອົດທົນຕໍ່ວັດທະນະທຳ ແລະ ຊາດພັນອື່ນໆ 74%.
- ເພີ່ມຄວາມເຕັມໃຈທີ່ຈະຮຽນຮູ້ / ສຳຫລວດ 73%.
- ເພີ່ມຄວາມເຕັມໃຈທີ່ຈະລອງອາຫານຕ່າງໆ 70%.
- ເພີ່ມຄວາມເປັນອິດສະຫລະຄວາມພາກພູມໃຈໃນຕົນເອງ ແລະ ຄວາມໝັ້ນໃຈ 69%.
- ຄວາມຢາກຮູ້ຢາກເຫັນທາງປັນຍາຫລາຍຂຶ້ນ 69%.
- ເພີ່ມຄວາມອົດທົນ ແລະ ຄວາມເຄົາລົບ 66%.
- ປັບໂຕໄດ້ດີຂຶ້ນ 66%.
- ເປັນຄົນກ້າສະແດງອອກຫລາຍຂຶ້ນ 51%.
- ເພີ່ມຄວາມໜ້າສົນໃຈໃຫ້ກັບການຮັບເຂົ້າຮຽນໃນວິທະຍາໄລ 42%.
ຫາກທ່ານບໍ່ສາມາດສົ່ງລູກຊາຍ ຫລື ລູກສາວຂອງທ່ານໄປຕ່າງປະເທດ ຫລື ພາພວກເຂົາໄປຕ່າງປະເທດໄດ້ກໍບໍ່ເປັນຫຍັງ ຈາກຜົນການສຳຫລວດພົບວ່າ ການເດີນທາງໃນປະເທດ ກໍໄດ້ຜົນທີ່ເປັນປະໂຫຍດໃກ້ຄຽງກັນ.
- ປ່ອຍໃຫ້ພວກເຂົາລົມເຫລວແດ່ : ອາດຈະຟັງເບິ່ງຂັດແຍ່ງກັນ ແຕ່ກໍເປັນໜຶ່ງໃນສິ່ງທີ່ດີສຸດທີ່ຜູ້ປົກຄອງສາມາດເຮັດໃຫ້ລູກໄດ້ ຕາມທີ່ Stephanie O’Leary ນັກຈິດຕະວິທະຍາຜູ້ຊ່ຽວຊານດ້ານປະສາດວິທະຍາ ແລະ ຜູ້ຂຽນ Parenting in the Real World: The Rules Have Changed. ຄວາມລົ້ມເຫລວເປັນຜົນດີສຳລັບເດັກໃນຫລາຍລະດັບ ປະການທຳອິດ ການປະສົບກັບຄວາມລົ້ມເຫລວຊ່ວຍໃຫ້ລູກຂອງທ່ານຮຽນຮູ້ທີ່ຈະຮັບມືກັບມັນ ເຊິ່ງເປັນທັກສະທີ່ຈຳເປັນຢ່າງຍິ່ງໃນໂລກແຫ່ງຄວາມເປັນຈິງ. ນອກຈາກນີ້, ຍັງມອບປະສົບການຊີວິດທີ່ຈຳເປັນໃຫ້ແກ່ລູກ ໃນການສຳພັນກັບຄົນອ້ອມຂ້າງຢ່າງຈິງໃຈ, ການຖືກທ້າທາຍຍັງປູກຝັງຄວາມຈຳເປັນໃນການເຮັດວຽກໜັກ ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງ. ເມື່ອເວລາຜ່ານໄປ ເດັກໆທີ່ປະສົບກັບຄວາມພ່າຍແພ້ຈະສ້າງຄວາມຊຳນານ ແລະ ເຕັມໃຈທີ່ຈະເຮັດພາລະກິດ ແລະ ກິດຈະກຳທີ່ຍາກລຳບາກຫລາຍຂຶ້ນ ເພາະພວກເຂົາບໍ່ຢ້ານທີ່ຈະລົ້ມເຫລວ.

