ຄຸນປະໂຫຍດຂອງຜັກບົ້ງ

ຜັກບົ້ງເປັນຜັກຊະນິດໜຶ່ງທີ່ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ ທີ່ຊ່ວຍບໍາລຸງຮ່າງກາຍ, ເສີມສຸຂະພາບ ປ້ອງກັນພະຍາດໄດ້ເປັນຢ່າງດີ ແລະ ຍັງເປັນຜັກທີ່ຫາຊື້ໄດ້ງ່າຍ, ລາຄາຖືກ ແລະ ຮັບປະທານງ່າຍອີກດ້ວຍ. ເຊິ່ງມີຄຸນປະໂຫຍດດັ່ງນີ້:

 ບໍາລຸງສາຍຕາ

 ປະໂຫຍດທີ່ໂດດເດັ່ນຂອງຜັກບົ້ງແມ່ນ ຊ່ວຍບໍາລຸງສາຍຕາ, ໃນຜັກຊະນິດນີ້ອຸດົມໄປດ້ວຍແຄໂຣທີນອຍ,​ ວິຕາມິນເອ ແລະ ລູທີນ,​ ເຊິ່ງເປັນວິຕາມິນ ແລະ ແຮ່ທາດທີ່ດີຕໍ່ສາຍຕາ, ຍັງຊ່ວຍເສີມສ້າງລະດັບກູຕາໄທໂອ (Glutathione) ທີ່ຊ່ວຍປ້ອງກັນການເກີດພະຍາດຕາຕໍ້ໄດ້ອີກດ້ວຍ.

ຮັກສາອາການແໜ້ນທ້ອງ

 ຜັກບົ້ງນອກຈາກຈະມີວິຕາມິນແລ້ວ ຍັງມີໄຟເບີທີ່ສາມາດຊ່ວຍຮັກສາອາການແໜ້ນທ້ອງໄດ້, ເຊິ່ງໄຟເບີຈະຊ່ວຍເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ, ນອກຈາກນີ້ ຜັກບົ້ງຍັງມີສັບພະຄຸນເປັນຢາລະບາຍອ່ອນໆອີກດ້ວຍ. ດັ່ງນັ້ນ, ຖ້າໃຜມີປັນຫາຂັບຖ່າຍຍາກ ລອງກິນຜັກບົ້ງລອງເບິ່ງອາດຈະຊ່ວຍໃຫ້ທ່ານຂັບຖ່າຍດີຂຶ້ນ.

ບໍາລຸງເລືອດ

 ຜັກບົ້ງເປັນຜັກທີ່ອຸດົມໄປດ້ວຍທາດເຫລັກ ເຊິ່ງເປັນແຮ່ທາດສໍາຄັນຕໍ່ລະບົບເລືອດ ສາມາດປ້ອງກັນພາວະເລືອດຈາງໄດ້ອີກດ້ວຍ ສະແດງວ່າຍິ່ງກິນຍິ່ງມີປະໂຫຍດ.

ບໍາລຸງຕັບ

 ປະໂຫຍດອີກຢ່າງໜຶ່ງທີ່ຜັກບົ້ງມີກໍແມ່ນບໍາລຸງຕັບ ເພາະໃນຜັກບົ້ງມີສານອາຫານຫລາຍຢ່າງທີ່ຊ່ວຍໃນການລ້າງສານພິດໃນຮ່າງກາຍ ແລະ ຕ້ານອະນຸມູນອິດສະຫລະທີ່ປ້ອງກັນເຊວບໍ່ໃຫ້ຖືກທໍາລາຍ.

ຫລຸດອາການນອນບໍ່ຫລັບ

 ໃຜທີ່ມີບັນຫານອນບໍ່ຫລັບ ຫລື ນອນຫລັບຍາກ ການກິນຜັກບົ້ງຈຶ່ງສາມາດຊ່ວຍໄດ້ ເພາະຜັກບົ້ງນັ້ນອຸດົມໄປດ້ວຍສານເຊເລນຽມ ແລະ ສັງກະສີ ທີ່ມີສັບພະຄຸນຊ່ວຍຜ່ອນຄາຍປະສາດ ເຮັດໃຫ້ເຮົາຜູ້ສຶກຜ່ອນຄາຍຫລາຍຂຶ້ນ ແລະ ນອນຫລັບໄດ້ດີ.

ຊ່ວຍຫລຸດນໍ້າໜັກ

 ດັ່ງທີ່ເຮົາຮູ້ກັນແລ້ວວ່າບັນດາຜັກໃບຂຽວສາມາດຊ່ວຍໃຫ້ເຮົາຫລຸດນໍ້າໜັກໄດ້ດີ ແລະ ຜັກບົ້ງກໍເປັນໜຶ່ງໃນບັນດາຜັກໃບຂຽວທີ່ສາມາດຊ່ວຍຫລຸດນໍ້າໜັກໄດ້ດີເຊັ່ນດຽວກັນ, ດັ່ງທີ່ກ່າວໄວ້ຂ້າງເທິງແລ້ວວ່າຜັກບົ້ງມີໄຟເບີ ທີ່ຊ່ວຍໃນການຂັບຖ່າຍໄດ້ດີອີກດ້ວຍ.

   ຫລຸດຄໍເລສເຕີຣໍ

 ບໍ່ພຽງແຕ່ຊ່ວຍຫລຸດນໍ້າໜັກເທົ່ານັ້ນ ແຕ່ຜັກບົ້ງຍັງມີສ່ວນໃນການຫລຸດຄໍເລສເຕີຣໍທີ່ເປັນສ່ວນປະກອບໃນການສ້າງໄຂມັນໄດ້ອີກດ້ວຍ.

ປ້ອງກັນພະຍາດຫົວໃຈ

 ໃນຜັກບົ້ງມີສານຕ້ານອະນຸມູນອິດສະຫລະເຊັ່ນ ວິຕາມິນເອ, ວິຕາມິນຊີ ແລະ ສານເບຕ້າ-ແຄໂຣທີນ ເຊິ່ງຍັງຊ່ວຍປ້ອງກັນບໍ່ໃຫ້ຄໍເລສເຕີຣໍໄປລວມຕົວກັບອົກຊີແຊນ ໄປເກາະຕາມຫລອດເລືອດທີ່ເປັນສາເຫດເຮັດໃຫ້ຫລອດເລືອດອຸດຕັນ ຈົນເກີດຫົວໃຈວາຍ.

ຕ້ານພະຍາດມະເຮັງ

 ຜັກບົ້ງເປັນແຫລ່ງຂອງສານອາຫານຕ້ານອະນຸມູນອິດສະຫລະຫລາຍເຖິງ 13 ຊະນິດ ຈຶ່ງເຮັດໃຫ້ເປັນຜັກທີ່ສາມາດປ້ອງກັນພະຍາດມະເຮັດໄດ້ ໂດຍສະເພາະ ມະເຮັງລໍາໄສ້, ມະເຮັງຊ່ອງທ້ອງ ລວມໄປເຖິງມະເຮັງຜິວໜັງ, ມະເຮັງເຕົ້ານົມ ເພາະໃນຜັກບົ້ງມີສານອາຫານຫລາຍຢ່າງທີ່ໄປຊ່ວຍບໍ່ໃຫ້ເຊວໃນຮ່າງກາຍຖືກທໍາລາຍນັ້ນເອງ.