ປູກຜັກບົ້າ ພຽງ 15 ມື້ກໍນຳເອົາມາກິນໄດ້ແລ້ວ

ໃນຍຸກນີ້ໃຜໆກໍນິຍົມຜັກປອດສານພິດກັນທົ່ວບ້ານທົ່ວເມືອງ ແຕ່ຖ້າຈະຊື້ກໍຄົງບໍ່ໄຫວ ເພາະຜັກທີ່ປອດສານພິດມັກມີລາຄາສູງ ບາງຄັ້ງສູງກວ່າຊີ້ນສັດດ້ວຍເຫດຜົນນີ້ເຮົາຈຶ່ງຄວນຮູ້ວິທີປູກຜັກເອງ ເພື່ອຈະໄດ້ປະຫຍັດເງິນສ່ວນນີ້ໄປໄດ້

ສຳຫລັບການປູກຜັກບົ້ງໄວ້ກິນເອງງ່າຍໆຢູ່ບ້ານຢູ່ເຮືອນກໍມີອຸປະກອນດັ່ງນີ້:

1.ກະຕ່ານ້ອຍໆ

  1. ຖັງນ້ຳນ້ອຍໆ ຫລື ແອ່ງນ້ອຍໆ ທີ່ພໍດີກັບກະຕ່າ
  2. ນ້ຳສະອາດ
  3. ແກ່ນຜັກບົ້ງ (ຜັກບົ້ງຈີນ ຫລື ທຳມະດາ ທີ່ຫາຊື້ຕາມທ້ອງຕະຫລາດໄດ້)

ວິທີການປູກ

1.ເອົາແກ່ນຜັກບົ້ງໃສ່ໃນກະຕ່າ ແລ້ວນຳໄປວາງໄວ້ໃນຖັງ ຫລື ແອ່ງໃສ່ນ້ຳ ໃຫ້ນ້ຳພໍຖ້ວມແກ່ນຜັກບົ້ງໜ້ອຍໜຶ່ງແຊ່ນ້ຳໄວ້ 1 ຄືນ

  1. ຊອກຖາດທີ່ມີຮູເຈາະດ້ານລຸ່ມໃຫ້ນ້ຳເຂົ້າເຖິງໄດ້ ແລະ ຮາກຜັກບົ້ງຮອດລົງນ້ຳໄດ້ພໍດີ ບໍ່ຕ້ອງຮູກວ້າງ
  2. ຫາຟອງນ້ຳໝາປະມານ 1 ນິ້ວ ຫລື ຖ້າບໍ່ມີກໍໃຊ້ສຳລີ ຫລື ເຈ້ຍຈຸບນ້ຳໃຫ້ຊຸ່ມວາງຮອງພຶ້ນກະຕ່າ ແລະ ໃຫ້ບົ່ມແກ່ນ ແລະ ໝົກໄວ້ເພຶ່ອຮັກສາຄວາມຊຸ່ມໄວ້ໃນວັດສະດຸນັ້ນ
  3. ວາງຖາດລອຍໃນພາຊະນະເກັບນ້ຳ ໃຫ້ພຶ້ນກະຕ່າແຕະນ້ຳ ໃນນ້ຳໃສ່ຝຸ່ນພ້ອມ ໂດຍຝຸ່ນນັ້ນແລ້ວແຕ່ຄວາມເໝາະສົມແຕ່ ຖ້າໃຫ້ດີແທ້ ແນະນຳໃຊ້ຝຸ່ນຄອກຈະດີກວ່າ
  4. ເມື່ອເວລາຜ່ານໄປ 2-3 ມື້ ແກ່ນຜັກບົ້ງກໍຈະເລີ່ມງອກອອກມາ
  5. 6. ນຳໄປວາງໄວ້ໃນບ່ອນທີ່ມີແສງ ແລ້ວລໍຖ້າໃຫ້ຜັກບົ້ງຂອງເຮົາຈະເລີນເຕີບໃຫ່ຍ ກໍສາມາດເກັບມາກິນໄດ້ເລີຍ ປະມານ 10-20 ມື້

ແຕ່ຖ້າຢາກໃຫ້ຜັກບົ້ງໃຫ່ຍໄວຈະເຕີມຝຸ່ນລົງໄປກໍໄດ້ ຕາມແຕ່ຄວາມຕ້ອງການຂອງເຮົາເອງ ແຕ່ແນະນຳໃຫ້ເປັນຝຸ່ນທຳມະຊາດຈະດີກວ່າ ເພາະເຮົາປູກເອງກິນເອງຈະໄດ້ປອດໄພ ໃຊ້ເວລາປູກພຽງບໍ່ຈັກມື້ເຮົາກໍຈະໄດ້ກິນຜັກບົ້ງສົດໆ ກອບໆ ແຕ່ໄດ້ປະໂຫຍດຄົບຖ້ວນແລ້ວ