ເຊົາເກດ ຮັບປະກັນ ແມັກໄກວ ຍັງຢູ່ໃນແຜນເຮັດທີມອັງກິດ

‘‘ The Sun ’’ ສື່ຊື່ດັງລາຍງານວ່າ ແກເຣສ ເຊົາເກດ ຜູ້ຈັດການທີມຊາດອັງກິດ ແຈ້ງກັບ ແຮຣີ  ແມັກໄກວ ກອງຫລັງ ແມນເຊສເຕີ ຢູໄນເຕັດ ບໍ່ຕ້ອງກັງວົນລາວຍັງຢູ່ໃນແຜນທີມຊາດອັງກິດ ຊຸດສູ້ເສິກບານໂລກ 2022 ເຖິງຈະເສຍຕຳແໜ່ງຕົວຈິງໃນທີມ ແມນເຊສເຕີ ຢູໄນເຕັດ.

ກ່ອນໜ້ານີ້ ເອຣິກ ເທນ ຮາກ ຜູ້ຈັດການທີມແມນເຊສເຕີ ຢູໄນເຕັດ ຍັງຄົງໃຫ້ຄວາມໄວ້ວາງໃຈ ແມັກໄກວ ໂດຍຍັງໃຫ້ໃສ່ປອກ ແຂນຫົວໜ້າທີມ ແລະ ຍັງໃຫ້ລົງຫລິ້ນເປັນຕົວຈິງໃນໄລຍະເລີ່ມຕົ້ນລະດູການ ແນວໃດກໍຕາມ ລາວຍັງບໍ່ສາມາດສະແດງຜົນງານ ເກ່ັງກັບມາໄດ້ ແລະ ຕ້ອງເສຍຕຳແໜ່ງຕົວຈິງໃຫ້ກັບ ຣາຟາເອລ ວາຣານ ແລະ ລິຊານໂດຣ ມາຕີເນສ ໂດຍເກມຫລ້າສຸດທີ່ກອງ ຫລັງອາຍຸ 29 ປີ ໄດ້ລົງສະໜາມກັບ ແມນເຊສເຕີ ຢູໄນເຕັດ ຄືເກມບຸກເສຍໃຫ້ ເບຣນຟອດ 0-4.

ແນວໃດກໍຕາມ ສື່ລາຍງານວ່າ ລາຍງານວ່າ : ເຊົາເກດ ຍັງຄົງໄວ້ວາງໃຈ ແມັກໄກວ ແລະ ຍັງຈະເອີ້ນໃຊ້ບໍລິການລາວຕໍ່ໄປ ໂດຍແຫລ່ງຂ່າວລະບຸວ່າ : ແກເຣັດ ເຊົາເກດ ຍັງມີການເຈລະຈາກັບ ແຮຣີ ຢູ່ເລື່ອຍໆ ແລະ ລາວຍັງມີບຸນເກ່ົາຢູ່ຫລາຍ ເພາະກ່ອນໜ້ານີ້ລາວສະແດງຜົນງານດີກັບທີມຊາດອັງກິດມາຢ່າງຕໍ່ເນື່ອງ.