ລົ້ມເຫລວອີກ NASA ເລື່ອນປ່ອຍຈະຫລວດ SLS ໃນພາລະກິດ Artemis I ຄືນວັນທີ 4 ກັນຍາ ເຫດເຊື້ອໄຟຮົ່ວ

NASA ປະກາດເລື່ອນການປ່ອຍຈະຫລວດ Space Launch System (SLS) ໃນພາລະກິດ Artemis I ທີ່ຈະມີຂຶ້ນໃນເວລາ 01:17 ໂມງ ຂອງວັນທີ 4 ກັນຍານີ້ ຕາມເວລາປະເທດລາວ ເນື່ອງຈາກພົບບັນຫາໄຮໂດຣເຈນເຫລວຮົ່ວໄຫລຂະນະບັນຈຸເຊື້ອໄຟເຂົ້າສູ່ຈະຫລວດ.

ສຳລັບການເລື່ອນການປ່ອຍຈະຫລວດ SLS ຄັ້ງນີ້ຖືເປັນຄັ້ງທີ 2 ທີ່ NASA ຈຳເປັນຕ້ອງໂຈະພາລະກິດ ຫລັງວັນທີ 29 ສິງຫາຜ່ານມາ ພາລະກິດ Artemis I ຄັ້ງທຳອິດມີອັນຕ້ອງຍົກເລີກຢ່າງໜ້າເສຍດາຍ ເນື່ອງຈາກທີມງານພົບວ່າມີເຄື່ອງຈັກ 1 ໂຕ ເກີດບັນຫາຂັດຂ້ອງ ບໍ່ສາມາດປັບອຸນຫະພູມໃຫ້ເໝາະສົມສຳລັບຂຶ້ນບິນໄດ້ ຈົນເລີຍຂອບເວລາທີ່ເໝາະສົມສຳລັບປ່ອຍຈະຫລວດທີ່ຕັ້ງໄວ້ 2 ຊົ່ວໂມງ.

ໂດຍກຳນົດສຳລັບການປ່ອຍຈະຫລວດຄັ້ງຕໍ່ໄປທີ່ວາງໄວ້ກ່ອນໜ້ານີ້ຄາດວ່າຈະເປັນວັນທີ 5 ຫລື 6 ກັນຍາ, ແຕ່ຖ້າຍັງບໍ່ສາມາດປ່ອຍຈະຫລວດໄດ້ອີກຈະເລື່ອນໄປຍາວເຖິງວັນທີ 19 ກັນຍາ ເພາະຕ້ອງລໍຖ້າໃຫ້ດວງຈັນຢູ່ໃນຕຳແໜ່ງທີ່ເໝາະສົມສຳລັບການເຮັດພາລະກິດອີກ, ແຕ່ທັງນີ້ຂຶ້ນຢູ່ກັບວ່າທີມງານຂອງ NASA ຈະສາມາດແກ້ໄຂບັນຫາໄດ້ໄວຊໍ່າໃດ.

ອ້າງອີງ:

https://blogs.nasa.gov/