ຢູຟາ ສັ່ງປັບ 8 ທີມລະເມີດກົດການເງິນ, ເປແອສເຊ ໂທດໜັກທີ່ສຸດ

ສະຫະພັນບານເຕະຢູໂຣບ (EUFA) ອອກຖະແຫລງການລົງໂທດ 8 ທີມດັງທີ່ລະເມີດກົດ້ານການເງິນ ຫລື ໄຟແນນຊຽລ ແຟ ເພລ ດ້ວຍການປັບໄຫມ, ເຊິ່ງ ປາຣີສ ແຊັງ ແຊັກແມັງ ຄືທີມທີ່ຕ້ອງຈ່າຍຫລາຍທີ່ສຸດ.
ໂດຍ ຢູຟາ ໄດ້ນຳງົບການເງິນຂອງແຕ່ລະສະໂມສອນໄລຍະປີ 2018-2022 ມາພິຈາລະນາ ແນວໃດກໍຕາມສະໂມສອນຕ່າງໆ ທີ່ຢູ່ ພາຍໃຕ້ມາຕະການສຸກເສີນຈາກການລະບາດຂອງໂຄວິດ-19 ໃນໄລຍະປີ 2020 ແລະ 2021 ຈະໄດ້ຮັບການຍົກເວັ້ນ ບໍ່ນຳການເງິນ ດັ່ງກ່າວມາຄິດລວມ.
ຜົນປາກົດວ່າມີ 8 ສະໂມສອນປະກອບດ້ວຍ ເອຊີ ມິລານ, ໂມນາໂກ, ໂຣມາ, ເບຊິກຕັສ, ອິນເຕີ ມິລານ, ຢູເວນຕຸສ, ໂອລິມປິກ ມາກເຊ ແລະ ປາຣິສ ແຊັງ ແຊັກແມັງ ທີ່ມີທ່າອ່ຽງລະເມີດການເງິນ ສົ່ງຜົນໃຫ້ພວກເຂົາຈະຖືກລົງໂທດດ້ວຍຍອດລວມທັງຫມົດ 172 ລ້ານຢູໂຣ.
ແຕ່ທັງ 8 ສະໂມສອນ ຈະຖືກປັບໄຫມເບື້ອງຕົ້ນພຽງ 15% ຈາກຈຳນວນຈິງພາຍໃຕ້ຂໍ້ແມ້ວ່າທີມໃດທີ່ບໍ່ສາມາດປັບຕົວເລກໃນ ບັນຊີໃຫ້ກັບມາເປັນບວກໄດ້ໃນເວລາທີ່ກຳນົດກໍຈະຖືກປັບເຕັມຈຳນວນ.
ຂະນະທີ່ ເປແອສເຊ ຄືທີມຖືກປັບໄຫມຫລາຍທີ່ສຸດດ້ວຍຈຳນວນເງິນ 65 ລ້ານຢູໂຣ ແຕ່ຈ່າຍເບື້ອງຕົ້ນ 10 ລ້ານຢູໂຣ.

