ແນະນຳທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍ ໂວລບັກເຄຍ ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ວັນທີ 2 ກັນຍາ 2022 ນີ້ ກະຊວງສາທາລະນະສຸກ ຮ່ວມກັບ ໂຄງການຄວບຄຸມປະຊາກອນຍຸງໂລກ ປະເທດອົດສະຕຣາລີ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມແນະນໍາໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍ ໂວລບັກເຄຍ #Wolbachia ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການຄວບຄຸມປະຊາກອນຍຸງໂລກ (WMP) ປະເທດອົດສະຕຣາລີ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານນາງ Deborah Leaver ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ທ່ານ ສາດສະດາຈານ Cammeron Simmons ຫົວໜ້າໂຄງການຄວບຄຸມປະຊາກອນຍຸງໂລກ ປະເທດອົດສະຕຣາລີ ແລະ ທ່ານ Dr. Breeanna McLean ຫົວໜ້າໂຄງການຄວບຄຸມປະຊາກອນຍຸງໂລກຢູ່ລາວ; ເຂົ້າຮ່ວມໂດຍບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງທ່ານການນໍາບ້ານຈາກ 32 ບ້ານ ທີ່ຢູ່ໃນເຂດພື້ນທີ່ໂຄງການ.
ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ “ພວກເຮົາໄດ້ຮັບເອົາວິທີການໃໝ່ນີ້ເຂົ້າມາທົດລອງປະຕິບັດຢູ່ໃນ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອ ແບັກທີເຣຍ Wolbachia ຈະປະສົບຜົນສໍາເລັດ ແລະ ໄດ້ຮັບໝາກຜົນດີ. ທ່ານຍັງໃຫ້ຮູ້ອີກຕື່ມວ່າ “ຂ້າພະເຈົ້າຢາກໃຫ້ປະຊາຊົນລາວເຂົ້າໃຈແຈ້ງຕໍ່ກັບເຊື້ອ Wolbachia ນີ້ແມ່ນເກີດຂຶ້ນໂດຍທໍາມະຊາດ ແລະ ປອດໄພຕໍ່ກັບຄົນເຮົາ. ເຊື້ອ Wolbachia ນີ້ມີຢູ່ນໍາແມງໄມ້ຫຼາຍຊະນິດລວມທັງຍຸງ. ຖ້າຫາກໂຄງການທົດລອງດັ່ງກ່າວໄດ້ຮັບໝາກຜົນສໍາເລັດທີ່ເປັນໜ້າເພິ່ງພໍໃຈ ພວກເຮົາພ້ອມແລ້ວທີ່ຈະໄດ້ໃຫ້ການສະໜັບສະໜູນໃນການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໂຄງການຢູ່ໃນຫຼາຍພາກຂອງປະເທດລາວ”.
ທ່ານ Dr. Claudia Surjadjaja, ຫົວໜ້າໂຄງການ WMP ປະຈໍາອາຊີ ເນັ້ນຕື່ມວ່າ “ຫຼັກຖານຈາກຫຼາຍປະເທດໃນອາຊີ ແລະ ທົ່ວໂລກ ສະແດງໃຫ້ເຫັນວ່າວິທີການ Wolbachia ສາມາດເປັນວິທີແກ້ໄຂໄຂ້ຍຸງລາຍທີ່ມີຄວາມປອດໄພ, ມີປະສິດທິພາບ ແລະ ໃນໄລຍະຍາວ. ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະໄດ້ເຫັນຄວາມຄືບໜ້າໃນປະເທດລາວ”.
ທ່ານ ນາງ Deborah Leaver, ຫົວໜ້າ ອົງການຊ່ວຍເຫຼືອເດັກສາກົນປະຈໍາລາວໃຫ້ຮູ້ວ່າ “ອົງການຊ່ວຍເຫຼືອເດັກສາກົນ ຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍທີ່ໄດ້ນໍາເອົງໂຄງການ ຄວບຄຸມປະຊາກອນຍຸງໂລກ ມາຈັດຕັ້ງປະຕິບັດຢູ່ປະເທດລາວ. ວິທີການ Wolbachia ນີ້ໄດ້ຖືກພິສູດແລ້ວວ່າມີປະສິດທິພາບຢູ່ໃນປະເທດອື່ນໆໃນພາກພື້ນ ແລະ ມີຜົນທາງບວກຢ່າງບໍ່ໜ້າເຊື່ອຕໍ່ລະບົບສາທາລະນະສຸກ ແລະ ຕໍ່ປະຊາຊົນ. ນີ້ແມ່ນຄວາມຫວັງໃໝ່ທີ່ຈະຊ່ວຍໃຫ້ປະຊາຊົນຫຼຸດຜ່ອນການເຈັບປ່ວຍຍ້ອນພະຍາດໄຂ້ຍຸງລາຍ”.
ຂໍ້ມູນຈາກ: Save the Children in Laos

