ສະຫະພັນບານເຕະອາເຈນຕີນາ ສັ່ງເລື່ອນຕາຕະລາງແຂ່ງ ຫລັງເກີດເຫດລອບສັງຫານຮອງປະທານາທິບໍດີ

ສະຫະພັນບານເຕະອາເຈນຕີນາ ສັ່ງຍົກເລີກຕາຕະລາງບານເຕະທຸກລະດັບຂອງປະເທດເມື່ອວັນສຸກທີ່ຜ່ານມາ ຫລັງເກີດເຫດ ພະຍາຍາມລອບສັງຫານ ຮອງປະທານາທິບໍດີ ຄຣິສຕີນາ ເຟນານເດສ ເດ ເຄີດເນີ.
ເຟນານເດສ ເດ ເຄຣສເນີ ຖືກຄົນຮ້າຍພະຍາຍາມລອບສັງຫານເມື່ອວັນພະຫັດທີ່ຜ່ານມາ ໂດຍເອົາປືນຈີ້ໄປທີ່ໃບໜ້າໃນໄລຍະໃກ້ ຂະນະເດີນທາງໄປປາກົດຕົວທີ່ບ້ານເກີດໃນເມືອງເຣໂຄເລຕາ ແຕ່ເຄາະຍັງດີທີ່ລູກປືນຂັດລຳກ້ອງຈົນເຮັດໃຫ້ລາວລອດ ຕາຍປະຕິຫານ.
ຈາກເຫດສະເທືອນຂວັນດັ່ງກ່າວ ເຮັດໃຫ້ປະທານາທິບໍດີ ອັລເບໂຕ ເຟນານເດສ ປະກາດໃຫ້ວັນສຸກທີ່ຜ່ານມາເປັນມື້ພັກຂອງ ປະເທດ ເພື່ອໃຫ້ພັກການເມືອງທຸກພັກສະແດງອອກເຖິງການສະໜັບສະໜູນ ເຟນານເດສ ເດ ເຄີສເນີ.
ຂະນະທີ່ ສະຫະພັນບານບານເຕະດັ່ງກ່າວ ກໍຮ່ວມສະແດງຄວາມເປັນນ້ຳຫນຶ່ງໃຈດຽວກັນດ້ວຍການປະກາດເລື່ອນຕາຕະລາງ ການແຂ່ງຂັນບານເຕະໃນວັນສຸກສົ່ງຜົນໃຫ້ເກມພຣີເມຣາ ດີວີຊີອອນ ເຊິ່ງມີຄິວຈະລົງແຂ່ງມື້ດັ່ງກ່າວເຊັ່ນ : ປາໂຕຣນາໂດ ພົບກັບ ອູນີອອນ, ໂຣຊາຣິໂອ ພົບ ຕາເຢເຣສ ແລະ ລານຸສ ພົບ ຕີເກຣ ຕ່າງຖືກເລື່ອນການແຂ່ງຂັນອອກໄປທັງຫມົດ.

