ລີເວີພູລ ປະກາດຢືມ ອາຕູ ເສີມກາງຢ່າງເປັນທາງການ 1 ລະດູການ

ລີເວີພູລ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ປະກາດຄວ້າ ອາຕູ ເມໂລ ກອງກາງຊາວບຣາຊິລ ຂອງ ຢູເວນຕຸສ ສະໂມສອນຊັ້ນນຳໃນກັລໂຊ ເຊເຣຍ ອາ ອິຕາລີ ມາສູ່ຖິ່ນແອນຟິລ ຢ່າງເປັນທາງການ ດ້ວຍສັນຍາຢືມຕົວ 1 ລະດູການ ບໍ່ມີຕົວເລືອກຊື້ຂາດ.
ອາຕູ ໃຫ້ສຳພາດເປີດໃຈວ່າ : ຮູ້ສຶກມີຄວາມສຸກຫລາຍທີ່ໄດ້ຍ້າຍມາຢູ່ກັບລີເວີພູລ ມັນເປັນເໝືອນຄວາມຝັນຢ່າງແທ້ຈິງ ສ່ວນສາເຫດທີ່ຕົກລົງຮັບຂໍ້ສະເໜີ ລີເວີພູລ ເປັນເພາະມັກວິໄສທັດທີ່ກົງກັນ ແລະ ສັນຍາວາຈະສູ້ເຕັມທີ່ໃນສີເສື້ອຂອງລີເວີພູລ ຢ່າງແນ່ນອນ.
ສຳລັບ ອາຕູ ແຈ້ງເກີດກັບ ເກຣມີໂອ ທີມໃນລີກບ້ານເກີດ ກ່ອນຈະຍ້າຍມາຮ່ວມທີມບາເຊໂລນາ ເມື່ອປີ 2018 ແຕ່ຢູ່ໄດ້ພຽງ 25 ປີ ກໍຍ້າຍໄປຢູ່ກັບ ຢູເວນຕຸສ ແຕ່ໂອກາດລົງຫລິ້ນອ່າວໜ້ອຍ ຈຶ່ງເລືອກທີ່ຈະຍ້າຍຮ່ວມທີມລີເວີພູລແບບຢືມຕົວໃນທີ່ສຸດ.

