ເຖິງເວລາຕ້ອງຍອມຮັບຄວາມຈິງ, ເປີດສະຖິຕິບໍ່ໜ້າຈົດຈຳຂອງ ໂຣນັລໂດ ໃນຮອບ 17 ປີ

ນີ້ອາດຈະເປັນສັນຍາທີ່ ຄຣິສຕຽນໂນ ໂຣນັລໂດ ຕ້ອງເລີ່ມຍອມຮັບຄວາມເປັນຈິງ ຫລັງຈາກທີ່ລາວເປັນຕົວສຳຮອງຕິດຕໍ່ກັນ 3 ນັດ ເຊິ່ງນັບລວມເຖິງເກມຫລ້າສຸດທີ່ທີມບຸກໄປຊະນະ ເລສເຕີ ຊິຕີ ດ້ວຍປະຕູ 1-0 ເຖິງຖິ່ນ ຖືວ່າເປັນຄັ້ງທຳອິດໃນຮອບ 17 ປີຂອງລາວ.

ໃນເກມດັ່ງກ່າວ ໂຣນັລໂດ ໄດ້ຮັບໂອກາດລົງສະໜາມ ໃນນາທີ 68 ແທນທີ່ຂອງ ຈາດອນ ຊານໂຊ ປີກຊາວອັງກິດ ທີ່ຍິງປະຕູຂຶ້ນນຳ ແລະ ເປັນປະຕູໄຊໃຫ້ທີມຄວ້າ 3 ຄະແນນສຳຄັນໃນເກມນີ້ ເຊິ່ງການທີ່ດາວເຕະຊາວໂປຣຕຸເກສ ເປັນສຳຮອງຕິດຕໍ່ກັນ 3 ຖືເປັນ ຄັ້ງທຳອິດໃນຮອບ 17 ປີຂອງລາວ ໂດຍຄາດວ່າມີ 2 ປັດໄຈຫລັກເຂົ້າມາກ່ຽວຂ້ອງ ນັ້ນຄືອາຍຸທີ່ເພີ່ມຂຶ້ນ ໃນໄວ 37 ປີ ຈົນບໍ່ສາມາດ ແລ່ນເພຣສຊິງຕາມແບບສະບັບຂອງ ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນໄດ້ ລວມເຖິງການທີ່ລາວບໍ່ໄດ້ຮັບ ຮ່ວມອຸ່ນເຄື່ອງກ່ອນເປີດລະດູການກັບທີມ ໂດຍອ້າງວ່າມີບັນຫາຄອບຄົວ ແລະ ບັນດາຫລາຍສື່ລາຍງານວ່າລາວຕ້ອງ ການຍ້າຍທີມຕ່າງຫາກ ແລະ ເມື່ອເວລາຊ້ອມມີໜ້ອຍກັບທີມ ເຮັດໃຫ້ຍັງບໍ່ເຂົ້າກັບຫມູ່ຮ່ວມທີມ.

ສຳລັບ ແມນເຊສເຕີ ຢູໄນເຕັດ ມີຕາຕະລາງລົງຫລິ້ນນັດຕໍ່ໄປດ້ວຍການກຽມເປີດ ໂອນ ແທຣຟຟອດ ຕ້ອນຮັບການມາຢາມ ອາເຊນອລ ທີມຜູ້ນຳ ທີ່ມີ ມິເກລ ອາເຕຕາ ຜູ້ຈັດການທີມຊາວສະເປນ ຄຸມທີມ ໃນພຣີເມຍລີກ ອັງກິດ ຄຳ່ຄືນວັນອາທິດທີ 4 ກັນຍານີ້ ເວລາໃນລາວ.