ປກສ ແຂວງບໍລິຄຳໄຊ ຂຶ້ນບັນຊີເປົ້າໝາຍພົວພັນຢາເສບຕິດ 776 ຄົນ

ທ່ານ ພັນໂທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໃນກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານຈຸດສຸມເຂດໃຈກາງ ປະຈໍາປີ 2022 ເມື່ອບໍ່ດົນຜ່ານມາມານີ້ວ່າ:
ຜ່ານການປະເມີນຜົນສາມາດເກັບກໍາຂຶ້ນບັນຊີເປົ້າໝາຍຕ່າງໆໄດ້ທັງໝົດ 1670 ຄົນ ຍິງ 472 ຄົນ, ໄດ້ຮັບການແກ້ໄຂສໍາເລັດ 1134 ຄົນ ຍິງ 57 ຄົນ, ໃນນີ້ ພົວພັນຢາເສບຕິດ 776 ຄົນ ຍິງ 39 ຄົນ, ດື້ດ້ານບໍ່ຟັງຄວາມການຈັດຕັ້ງ 153 ຄົນ ຍິງ 13 ຄົນ, ນັກເລງອັນຕະພານ, ກໍ່ອາລະວາດຕີກັນ 36 ຄົນ, ຍົກຍ້າຍຖິ່ນຖານ, ຕັ້ງພູມລໍາເນົາບໍ່ຖືກຕ້ອງ 267 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມ 162 ຄອບຄົວ, ມີອາວຸດເຖື່ອນ 155 ຄົນ, ຄ້າຂາຍເຖື່ອນ 61 ຄົນ, ຂີ້ລັກງັດແງະ 35 ຄົນ, ຂັດແຍ່ງທີ່ດິນ 16 ຄອບຄົວ, ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ 6 ຄົນ, ຢຶດຂອງກາງໄດ້ຢາບ້າ 4.794 ເມັດ, ຄັນຊາອັດແທ່ງ 200 ກິໂລ, ລົດກະບະ 1 ຄັນ, ລົດຈັກ 1 ຄັນ, ປືນແກັບແຕ່ງ 1 ກະບອກ, ເຫຼັກງັດ 2 ອັນ, ມີດ 3 ດວງ, ຢາໄອ້ 1 ຫຼອດ, ຈາກຜົນການຈັດຕັ້ງປະຕິບັດການປະເມີນຄືດັ່ງກ່າວ ສາມາດປົດ ຈໍານວນ 6 ບ້ານອອກຈາກບ້ານຫຼໍ່ແຫຼມ ແລະ 1 ເມືອງ ອອກຈາກເມືອງຫຼໍ່ແຫຼມໄດ້ຢ່າງສົມບູນ.

