ເຊລຊີ ປະກາດຄວ້າ ເວສລີ ໂຟຟານາ ເສີມກອງຫລັງຢ່າງເປັນທາງການ ເຊັນສັນຍາ 7 ປີ

ເຊລຊີ ປະກາດຄວ້າ ເວສລີ ໂຟຟານາ ກອງຫລັງດາວຮຸ່ງ ເລສເຕີ ຊິຕີ ມາຮ່ວມທີມຢ່າງເປັນທາງການດ້ວຍສັນຍາ 7 ປີ.
ສຳລັບ ໂຟຟານາ ເປັນເປົ້າຫມາຍຫລັກໃນການເສີມທີມໃນຕຳແໜ່ງກອງຫລັງຕົວກາງຂອງ ເຊລຊີ ໃນຕະຫລາດລະດູການ ນີ້ຕໍ່ຈາກ ຄາລີດູ ຄູລິບາລີ ກອງຫລັງນາໂປລີ.
ໂດຍຫລັງຈາກການເຈລະຈາຢ່າງຍາວນານສື່ດັງທຸກສຳນັກລາຍງານກົງກັນວ່າ ເຊລຊີ ບັນລຸຂໍ້ຕົກລົງກັບ ເລສເຕີ ໃນການຄວ້າດາວ ເຕະອາຍຸ 21 ປີລາຍນີ້ແລ້ວ ໂດຍເຫລືອພຽງຂັ້ນຕອນການກວດຮ່າງກາຍ ແລະ ເຊັນສັນຍາຢ່າງເປັນທາງການ.
ຈົນຫລ້າສຸດ ເຊລຊີ ປະກາດຜ່ານເວັບໄຊສະໂມສອນໃນການຄວ້າ ໂຟຟານາ ມາຮ່ວມທີມ ພ້ອມເຊັນສັນຍາເປັນໄລຍະເວລາເຖິງ 7 ປີ ຂະນະທີ່ເລື່ອງຄ່າຕົວນັ້ນ ສື່ລາຍງານວ່າຢູ່ທີ່ 70 ລ້ານປອນ ບວກເງິນສ່ວນເສີມ.
ຫລັງການຍ້າຍທີມ ໂຟຟານາ ເຊິ່ງເປັນນັກເຕະໃຫມ່ລາຍທີ 6 ຂອງ ເຊລຊີ ໃນຕະຫລາດລະດູການນີ້ ຕໍ່ຈາກ ຣາຮິມ ສະເຕີລິງ, ຄາລິດູ ຄູລິບາລີ, ຄານີ ຊຸກເວເມກາ, ມາກ ກູກູເຣຢາ ແລະ ເຊຊາເຣ ຄາຊາເດ ໃຫ້ສຳພາດວ່າ : ‘‘ ຂ້ອຍມາຢູ່ນີ້ເພື່ອຄວ້າແຊ໊ມ ແຊ໊ມປຽນ ລີກ, ພຣີເມຍ ລີກ, ເອຟເອ, ຄາຣາບາວ ຄັບ ແລະ ທຸກໆລາຍການ ຂ້ອຍຄວ້າໄຊຊະນະ ແລະ ສະໂມສອນຖືກສ້າງຂຶ້ນ ເພື່ອຂັນລາຍວັນ ດັ່ງນັ້ນ ຂ້ອຍມານີ້ເພື່ອສານຕໍ່ ’’.

