ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກມາຊີ້ແຈງກໍລະນີ ເກີດຄວາມວຸ່ນວາຍຢູ່ບໍລິສັດຈັດຫາງານ

ຈາກກໍລະນີຜູ້ໃຊ້ເຟສບຸກທ່ານໜຶ່ງໂພສຄລິບກ່ຽວກັບມີຜູ້ຖອນໂຕຈາກການໄປເຮັດວຽກຢູ່ ສ.ເກົາຫລີ ແລ້ວໄປຖອນເງິນຢູ່ບໍລິສັດສະຫວັນຈັດຫາງານ ແຕ່ບໍ່ໄດ້ຮັບເງິນຕາມທີ່ນັດຈຶ່ງເກີດມີປາກສຽງກັນ ເຮັດໃຫ້ສັງຄົມມີກະແສວິພາກວິຈານໄປຕ່າງໆນານາ.
ຫລ້າສຸດ ວັນທີ 31 ສິງຫາ 2022 ນີ້ ເພຈຂ່າວກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກມາຊີ້ແຈງວ່າ: ອຳນວຍການ ບໍລິສັດສະຫວັນຈັດຫາງານບໍໄດ້ໂຕນໜີແຕ່ ອຳນວຍການໄດ້ຕິດຕາມຄະນະກົມການຈັດຫາງານ ໄປເຄື່ອນໄຫວວຽກທີ່ປະເທດ ສ.ເກົາຫລີ, ເພື່ອຕິດຕາມແຮງງານ, ປືກສາຫາລືກັບພາກລັດ ຂອງ ສ. ເກົາຫລີ ກຽ່ວກັບການຮວ່ມມືຈັດສົ່ງໄປເຮັດວຽກຕາມລະດູການ ແລະ ແກ້ໄຂບັນຫາການໂຕນໜີຂອງແຮງງານ ຢູ່ ສ.ເກົາຫລີ ໃນລະຫວ່າງວັນທີ 25 ສິງຫາ-3 ກັນຍາ 2022.
ພ້ອມນີ້ ໄດ້ແຈ້ງງຕື່ມວ່າ: ສຳລັບແຮງງານທີ່ໄດ້ລົງທະບຽນ ແລະ ຈ່າຍເງິນແລ້ວຫາກຕ້ອງການຖອນໂຕ, ບໍລິສັດ ແມ່ນຍິນດີ ສົ່ງເງີນຄືນຕາມລະບຽບການ.

