ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮຽກຮ້ອງສັງຄົມຢ່າຫຼົງເຊື່ອ ການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດຫມາຍ

ວັນທີ 31 ສິງຫາ 2022 ນີ້ ເພຈຂ່າວຂອງກະຊວງແຮງງານ ແລະ ສະຫວັດດີການອອກມາໂພສວ່າ: ເພື່ອເຕືອນປະຊາຊົນລາວ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ, ພາຍຫຼັງທີ່່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ ) ໄດ້ມີການກວດພົບບາງ ບໍລິສັດ ແລະ ນິຕິບຸກຄົນທີ່ເຄື່ອນໄຫວ ຊັກຊວນແຮງງານລາວໄປເຮັດວຽກຢູ່ ສ.ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກະຊວງ ຮສສ.

ຈາກສື່ສັງຄົມອອນລາຍເຫັນວ່າ ມີຫຼາຍໆບໍລິສັດ ແລະ ມີບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ, ສຳລັບບຸກຄົນ ຫຼື ນິຕິບຸກຄົນ ຫາກເຄື່ອນໄຫວ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍ່ຜ່ານການອານຸຍາດຈາກລັດຖະບານ, ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.

ເຊິ່ງປັດຈຸບັນ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ໜ່ວຍງານທີ່ກ່ຽວຂ້ອງກຳລັງຂຸ້ນຂ້ຽວແກ້ໄຂ ເພື່ອໃຫ້ເຂົ້າສູ່ລະບົບ ແລະ ເຄື່ອນໄຫວແບບຖືກຕາມກົດໝາຍຂອງປະເທດ.

ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ ເກົາຫລີ ຫລື ຢູ່ພາຍໃນປະເທດ. ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ຫຼື ບໍລິສັດຈັດຫາງານ ທີ່ໄດ້ຮັບການອະນຸຍາດໃຫ້ເຄືີອນໄຫວບໍລິການຈັດຫາງານ ຈາກກະຊວງ ຮສສ ໃນໂມງລັດຖະການ.