Skype ເວີຊັນໃຫມ່ ເພີ່ມລະບົບ Mentioned ແລະ ແກລໍຣີຮູບຄ້າຍກັບແອັບ LINE

Microsoft ປ່ອຍ Skype ເວີຊັນທົດສອບໃຫມ່ອອກມາແລ້ວ ຜູ້ທີ່ຕ້ອງການທົດສອບສາມາດດາວໂຫລດໄປໃຊ້ໄດ້ທັງລະບົບປະຕິບັດການ Mac, Windows ທີ່ຕໍ່າກວ່າເວີຊັນ 10.
Skype ເຜີຍວ່າ ໂປຣແກຣມເວີຊັນໃຫມ່ ຈະມີພື້ນທີ່ການສະແດງຜົນທີ່ກວ້າງຂຶ້ນ, ໜ້າຕ່າງແຊຈະມີແຜງແຈ້ງເຕືອນເພີ່ມຂຶ້ນ ແລະ ເຮົາຍັງສາມາດເຫັນການແຈ້ງເຕືອນຂໍ້ຄວາມທີ່ມີການ Mentioned ເຖິງຕົວເຮົາອີກ. ນອກຈາກນີ້ ຍັງມີ Media Gallery ໃຫ້ໜ້າຕ່າງແຊ ຊ່ວຍໃຫ້ເຮົາຄົ້ນຫາໄຟລ໌ພາບ, ລິງ ຫຼື ເອກະສານທີ່ເຄີຍສົ່ງມາໃນແຊໄດ້ງ່າຍຂຶ້ນ. ໃນສ່ວນຂອງການສົນທະນາກໍໄດ້ຮັບການປັບປຸງເຊັ່ນກັນ ເຮົາສາມາດທີ່ຈະສົ່ງ Emojis ແລະ ແບ່ງປັນໜ້າຈໍແບບເຣລໄທມໄດ້ຕະຫຼອດເວລາ.
ກ່ອນໜ້ານີ້ Skype ກໍໄດ້ປ່ຽນແປງແອັບເທິງໂທລະສັບມືຖືມາກ່ອນແລ້ວ ແຕ່ໄດ້ຮັບກະແສຕອບຮັບທີ່ບໍ່ດີປານໃດ ຄຸນສົມບັດໃຫມ່ບາງສ່ວນໄດ້ເລີ່ມປ່ອນໃຫ້ຜູ້ໃຊ້ເທິງ Windows 10 ແລ້ວ ເຊິ່ງການປ່ອຍເວີຊັນພຣີວິວໃນຮອບນີ້ກໍເພື່ອເບິ່ງຜົນຕອບຮັບກ່ອນນໍາໄປປັບປຸງໃຊ້ກັບເວີຊັນຢ່າງເປັນທາງການ.

