ວາງສີລາລຶກໂຄງການກໍ່ສ້າງສູນກວດກາພະຍາດ ແຂວງເຊກອງ ມູນຄ່າ 20 ຕື້ດົງ ກຳນົດເວລາການກໍ່ສ້າງ 2 ປີໃຫ້ສໍາເລັດ

ແຫລ່ງຂ່າວແຂວງເຊກອງ ໃຫ້ຮູ້ວ່າ: ອົງການປົກຄອງແຂວງເຊກອງ ສປປ ລາວ ແລະ ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ຈັດພິທີວາງສີລາ ລຶກໂຄງການກໍ່ສ້າງສູນກວດກາພະຍາດແຂວງເຊກອງ ໃນວັນທີ 30 ສິງຫາ 2022 ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ເລ ຈິ ແທັງ ປະທານຄະນະກຳມະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
อาจเป็นรูปภาพของ 1 คน และ กำลังยืน
ທ່ານ ເລ ຈິ໋ ແທັງ ໄດ້ກ່າວວ່າ: ການວາງສີລາລຶກ ໂຄງການກໍ່ສ້າງສູນກວດກາພະຍາດຢູ່ແຂວງເຊກອງ ໃນຄັ້ງນີ້ ເປັນການສະແດງເຖິງນໍ້າໃຈຂອງຄະນະພັກ, ອຳນາດການປົກຄອງຂອງແຂວງກວາງນາມ ທີ່ມີຕໍ່ຄະນະພັກ ແລະ ປະຊາຊົນແຂວງເຊກອງ ເຊິ່ງເຫັນວ່າພາຍຫລັງທີ່ມີການລະບາດຂອງພະຍາດໂຄວິດ-19 ສູນກວດພະຍາດແມ່ນມີຄວາມສຳຄັນຫລາຍຕໍ່ກັບການກວດກາ ແລະ ສະກັດກັ້ນພະຍາດດັ່ງກ່າວ ກໍຄື ພະຍາດອື່ນໆ ເຊິ່ງຈະຊ່ວຍປະກອບສ່ວນຮັກສາສຸຂະພາບຂອງ ປະຊາຊົນແຂວງເຊກອງ, ໂຄງການນີ້ມີມູນຄ່າການກໍ່ສ້າງທັງໝົດ 20 ຕື້ດົງ ເຊິ່ງແມ່ນການຊ່ວຍລ້າຈາກຄະນະພັກ-ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າແຂວງກວາງນາມ, ມີເນື້ອທີ່ການກໍ່ສ້າງທັງໝົດ 1.200 ຕາແມັດ, ເປັນອາຄານເບຕົງ 2 ຊັ້ນ, ມີຂະໜາດ 42×21 ແມັດ, ມີ 15 ຫ້ອງ, ກຳນົດເວລາການກໍ່ສ້າງ 2 ປີໃຫ້ສໍາເລັດ ແລະ ພາຍຫລັງທີ່ມີການກໍ່ສ້າງສຳເລັດແລ້ວ ອຳ ນາດການປົກຄອງແຂວງກວາງນາມ ພ້ອມທີ່ຈະສືບຕໍ່ອຳນວຍຄວາມສະດວກດ້ານອຸປະ ກອນ ແລະ ບຸກຄະລາກອນການແພດ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ.
อาจเป็นรูปภาพของ 1 คน และ กำลังยืน
ທ່ານ ເຫລັກໄຫລ ສີວິໄລ ຕາງໜ້າໃຫ້ອຳນາດການປົກຄອງແຂວງ ກໍຄື ປະຊາຊົນແຂວງເຊກອງ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ຕໍ່ຄະນະພັກ-ອຳນາດການປົກຄອງແຂວງກວາງນາມ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າໃນຄັ້ງນີ້, ຖ້າໂຄງການດັ່ງກ່າວສໍາເລັດ ຈະເຮັດໃຫ້ວຽກງານການຄວບຄຸມ, ກວດພະຍາດຂອງແຂວງເຊກອງ ເພີ່ມຄວາມອາດສາມາດໃນການບໍລິການສັງຄົມ ໃຫ້ດີຂຶ້ນຕື່ມອີກບາດກ້າວໜຶ່ງ, ທັງເປັນການປະກອບ ສ່ວນສໍາຄັນໃຫ້ແກ່ວຽກງານສາທາລະນະສຸກແຂວງເຊກອງ ເຮັດສໍາເລັດໜ້າທີ່ຫລາຍຂຶ້ນກວ່າເກົ່າ, ພ້ອມນີ້ຍັງສະແດງເຖິງການພົວພັນຮ່ວມມືອັນແໜ້ນແຟ້ນ ລະຫວ່າງແຂວງເຊກອງ ແລະ ແຂວງກວາງນາມ ເຊິ່ງເປັນແຂວງແຮກສ່ຽວ ທີ່ມີຄວາມຮັກແພງເລິກເຊິ່ງ ແລະ ຈິງໃຈ.