ຮອງຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 29-31 ສິງຫາ 2022 ນີ້, ເຊິ່ງ ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ສິງຫາ 2022 ຢູ່ ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
อาจเป็นรูปภาพของ 12 คน และ ผู้คนกำลังยืน
ພາຍຫຼັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ບົນພື້ນຖານທີ່ມີ ມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ກໍຄື ສອງ ກອງທັບ ລາວ-ກຳປູເຈຍ ເຖິງວ່າຈະພົບຄວາມຫຍຸ້ງຍາກແນວໃດກໍຕາມໃນໄລຍະຜ່ານມາ ສອງກອງທັບ ລາວ-ກຳປູເຈຍ,ກຳປູເຈຍ-ລາວ ຍາມໃດມີການເພີ່ມທະວີການຮ່ວມມື ເຊິ່ງກັນແລະກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກໍາປູເຈຍ-ລາວ , ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົວພັນຮ່ວມ ມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານ ການພັດທະນາເສດຖະກິດລະ ຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກ ກຳປູເຈຍ , ໂດຍສະເພາະ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ສ້າງໃຫ້ສະພາບໃນ ຂອບເຂດເສັ້ນຊາຍແດນມີຄວາມ ສະຫງົບສຸກໂດຍພື້ນຖານ, ນອກຈາກນັ້ນ ສອງຝ່າຍ ຍັງເຫັນດີ ເປັນເອກະພາບສືບຕໍ່ຮ່ວມມືໃນ ວຽກງານດ້ານການຊ່ວຍເຫຼືອ ມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນເຝິກຊ້ອມໄພພິບັດ 3 ກອງທັບ ລາວ-ກຳປູເຈຍ -ຫວຽດນາມ , ແກ້ໄຂບັນຫາຢາເສບຕິດ ,ອາດຊະຍາກໍາຂ້າມຊາດ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .
อาจเป็นรูปภาพของ 5 คน และ ผู้คนกำลังยืน
ໃນໂອກາດເດີນທາງມາ ຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ຮອງຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ຍັງໄດ້ ເຂົ້າວາງພວງມາລາຢູ່ອະນຸສາ ວະລີນັກຮົບນິລະນາມ (ດາວ ແດງ) ແລະ ທ່ຽວຊົມບັນດາສະ ຖານທີ່ທ່ອງທ່ຽວທາງປະວັດສາດ ແລະ ວັດທະນະທໍາຢູ່ນະຄອນຫຼວງວຽງຈັນ .
อาจเป็นรูปภาพของ 9 คน และ ผู้คนกำลังยืน
ພາບຂ່າວ: Lao People’s Army News