ເມືອງໄຊ ແຂວງອຸດົມໄຊ ຕັ້ງການປຸກລະດົມ ແລະ ຮັບບໍລິຈາກວັດຖຸປັດໄຈຕ່າງໆ ຊ່ວຍຜູ້ປະສົບໄພນໍ້າຖ້ວມ

ວັນທີ 29ສິງຫາ 2022 ເມືອງໄຊ ແຂວງອຸດົມໄຊ ແຈ້ງຂ່າວໄພພິບັດນ້ໍາຖ້ວມ ເຖິງ:ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ອົງການຈັດຕັ້ງພັກ-ລັດທຸກຂັ້ນ, ນັກທຸລະກິດພາຍໃນ, ຊາວຕ່າງດ້າວ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ດໍາລົງຊີວິດຢູ່ພາຍໃນເມືອງໄຊ ເພື່ອຮັບຊາບ ຊ່ວຍປະກອບສ່ວນວັດຖ-ປັດໄຈຕ່າງໆ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມຢູ່ເມືອງໄຊ ໃນວັນທີ 26 ສິງຫາ 2022 ສ້າງຄວາມເສຍຫາຍເຮືອນ-ຊານ, ດິນຖະຫຼົ່ມໃສ່ອາຄານສະຖານທີ່ພັກອາໄສ, ຮົ້ວສວນ, ຊັບສິນຕ່າງໆ ລວມທັງຜົນລະປູກຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມຮ່ອມຫ້ວຍ ແລະ ລຽບຕາມລ້ອງສາຍນ້ໍາກໍ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ, ລະບົບນ້ໍາລິນ-ນ້ໍາປະປາຖືກເປເພ່, ເສັ້ນທາງຄົມມະນາຄົມຖືກຕັດຂາດ, ເສົາໄຟຟ້າຫັກ, ຂາດແຄນອາຫານ ແລະ ນ້ໍາດື່ມ ຢ່າງໜັກໜ່ວງ.
ສະນັ້ນ, ເພື່ອເປັນການແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຈັດຕັ້ງການປຸກລະດົມ ແລະ ຮັບບໍລິຈາກວັດຖຸປັດໄຈຕ່າງໆ ຈາກທຸກພາກສ່ວນໃນສັງຄົມ ເປັນຕົ້ນແມ່ນ: ເຂົ້າສານອາຫານແຫ້ງ, ນໍ້າດື່ມ, ໝີ່, ປອງປາ, ທຽນໄຂ, ໄຟສາຍ, ເຄື່ອງນຸ່ງຫົ່ມ ແລະ ສິ່ງທີ່ຈໍາເປັນອື່ນໆ ເພື່ອນໍາໄປມອບຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມຢູ່ເມືອງໄຊ ໃນຄັ້ງນີ້, ເຊິ່ງ ສະຖານທີ່ຮັບບໍລິຈາກ ແມ່ນຢູ່ສະໂມສອນປົກຄອງເມືອງໄຊ ຫຼັງເກົ່າ (ບ້ານວັງໄຮ) ຕະຫຼອດ 24 ຊົ່ວໂມງ.
ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມໄມ້ຮ່ວມມື ແລະ ປະກອບສ່ວນຊ່ວຍເຫຼືອຈາກທ່ານຕາມຄວາມເຫມາະສົມ, ຕິດຕໍ່ພົວນັ້ນ:
1). ທ່ານ ນ ຂັ້ນຄໍາ ແສງບຸນລວງ 020 55442294.
2). ທ່ານ ໄຊສະຫວັນ ໄຊສົງຄາມ 020 52341555.

