8 ເດືອນຕົ້ນປີ ແຂວງຄຳມ່ວນ ເກັບລາຍຮັບເຂົ້າຫງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ 615,72 ຕື້ກີບ, ລາຍຈ່າຍທ້ອງຖິ່ນ 415,86 ຕື້ກີບ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂະຫຍາຍຖານລາຍຮັບຕິດພັນກັບວາລະແຫ່ງຊາດ ຢູ່ແຂວງຄຳມ່ວນ ໃນວັນທີ 29 ສິງຫາ ຜ່ານມານີ້, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີຄະນະພະແນກການເງິນແຂວງ, ບັນດາທ່ານເຈົ້າເມືອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ໂດຍສະເພາະແມ່ນສະພາບການປະຕິບັດແຜນງົບປະມານແຫ່ງລັດປະຈຳ 8 ເດືອນ ແລະ ແຜນການ 4 ເດືອນທ້າຍປີ 2022 ຊຶ່ງມີທັງກາລະໂອກາດອັນເອື້ອອຳນວຍ, ສິ່ງທ້າທາຍ ແລະ ຜົນກະທົບຫຼາຍຢ່າງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ເວົ້າສະເພາະແຂວງຄຳມ່ວນ ແມ່ນໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ສະເລຍ 12%, ເພີ່ມຂຶ້ນກວ່າປີຜ່ານມາ, ການອ່ອນຄ່າຂອງເງິນກີບທຽບກັບໂດລາ ແລະ ເງິນບາດ ກໍແມ່ນສ່ວນໜຶ່ງທີ່ສົ່ງຜົນເຮັດໃຫ້ບັນດາລາຄາສິນຄ້າ ແລະ ການບໍລິການອື່ນໆເພີ່ມຂຶ້ນຫຼາຍ. ດ້ານການຈັດຕັ້ງປະຕິບັດລາຍຮັບ 8 ເດືອນຕົ້ນປີ 2022 ມີດັ່ງນີ້: ການເກັບລາຍຮັບເຂົ້າງົບປະມານ ມາຮອດວັນທີ 25 ສິງຫາ 2022 ປະຕິບັດໄດ້ 615,72 ຕື້ກີບ ເທົ່າກັບ 65,75% ຂອງແຜນການປີ. ໃນນີ້, ລາຍຮັບພູດສູນກາງ 308,64 ຕື້ກີບ ເທົ່າກັບ 50,55% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 307,07 ຕື້ກີບ, ເທົ່າກັບ 94,22% ຂອງແຜນການປີ. ດ້ານລາຍຈ່າຍປະຕິບັດໄດ້ 415,86 ຕື້ກີບ, ເທົ່າກັບ 68,96% ຂອງແຜນການປີ. ສາມາດຈ່າຍເງິນເດືອນໃຫ້ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງໄດ້ເປັນປົກກະຕິ, ສ່ວນລາຍຈ່າຍບໍລິຫານ ແລະ ຮ່ວງອື່ນໆ ກໍສືບຕໍ່ແກ້ໄຂຕາມເງື່ອນໄຂຄວາມຈໍາເປັນ ແລະ ຄວາມສາມາດໃນການສະໜອງ.
ໃນກອງປະຊຸມ, ຍັງໄດ້ຮັບຟັງການລາຍງານຂອງບັນດາພາກສ່ວນຂະແໜງການອ້ອມຂ້າງພະແນກການເງິນແຂວງ, ພ້ອມດຽວກັນ ກໍໄດ້ຮັບຟັງການຊີ້ແຈງເນື້ອໃນລາຍລະອຽດກ່ຽວກັບການຈັດຕັ້ງປະຕິບັດການຂະຫຍາຍຖານລາຍຮັບ ຈາກຕາງໜ້າບັນດາກົມທີ່ກ່ຽວຂອ້ງ, ແຕ່ລະພາກສ່ວນ ແລະ ຄໍາຄິດເຫັນຂອງ ທ່ານຮອງເຈົ້າແຂວງ ທີ່ໄດ້ແນະນໍາລົງເລິກກ່ຽວກັບການຈັດຕັ້ງປະຕິບັດການຂຸດຄົ້ນຖານລາຍຮັບ ອັນເປັນທ່າແຮງບົ່ມຊ້ອນໃຫ້ແກ່ການຈັດເກັບລາຍຮັບງົບປະມານ ຂອງບັນດາຂະແໜງການທ້ອງຖິ່ນກໍຄືແຂວງຄໍາມ່ວນ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ເພື່ອເປັນການແລກປ່ຽນຄວາມຄິດເຫັນໃນດ້ານຮູບແບບ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ໃຫ້ມີຄວາມເໝາະສົມກັບເງື່ອນໄຂທ່າແຮງແຫຼ່ງລາຍຮັບຕົວຈິງ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກໃນບາງບັນຫາ ເປັນຕົ້ນ: ສືບຕໍ່ເພີ່ມທະວີຍົກສູງນໍ້າໃຈຮັກຊາດ, ນໍ້າໃຈສາມັກຄີ, ນໍ້າໃຈເສຍສະຫຼະ ແລະ ປະຢັດມັດທະຍັດ ເພື່ອພ້ອມກັນສູ້ຊົນຜ່ານຜ່າວິກິດການທີ່ກໍາລັງປະເຊີນໃນປັດຈຸບັນໃຫ້ຜ່ານພົ້ນໄປດ້ວຍດີ, ພ້ອມນີ້ ຍັງໄດ້ແນະນໍາໃນການພັດທະນາວຽກງານບຸກຄະລາກອນ ການກໍານົດແຜນກໍ່ສ້າງພະນັກງານນໍາພາຄຸ້ມຄອງໃນຂະແໜງການເງິນ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານໃຫ້ມີຄຸນນະພາບໃນການເຮັດໜ້າທີ່ ບົນພື້ນຖານຕາມລະບຽບຫຼັກການ ຮັບປະກັນການຄຸ້ມຄອງເກັບລາຍຮັບໃຫ້ຄົບຖ້ວນ ແລະ ໂປ່ງໃສ.