ອຸດົມໄຊ ທຳລາຍຊິ້ນສ່ວນສັດປ່າທີ່ຢືດມາໄດ້ນຳແມ່ຄ້າຕາມທ້ອງຕະຫລາດ ຫລາຍກວ່າ 200 ກິໂລກຣາມ

ຂ່າວໜັງງສືພິມຄວາມສະຫງົບລາຍງານໃຫ້ຮູ້ວ່າ: ວັນທີ 12 ສິງຫາ 2022 ນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ທຳລາຍ ສັດປ່າທີ່ຢືດມາໄດ້ນຳແມ່ຄ້າຕາມທ້ອງຕະຫລາດ.

ເຈົ້າຫນ້າທີ່ດອງກວດກາປ່າໄມ້ ໄດ້ລົງກວດຕາຕາມທ້ອງຕະຫລາດ ເລີ່ມແຕ່ເດືອນ ມັງກອນ ເຖິງ ເດືອນກໍລະກົດ 20122) ສາມາດຢຶດໄດ້ຈຳນວນ 16 ຊິ້ນສ່ວນໂຕ ນໍ້າໜັກ 56 ກິໂລກຣາມ, ໃນນີ້, ສັດທີ່ຍັງມີຊີວິດຈໍານວນ 5 ໂຕ ນ້ໍາໜັກ 3,8 ກິໂລກຣາມ, ສັດຕາຍ (ເປັນຊິ້ນສ່ວນ) ຈໍານວນ 356 ຊິ້ນສ່ວນໂຕ ນ້ໍາໜັກ 91,8 ກິໂລ ຄິດເປັນມູນຄ່າ 5.508.000 ກີບ.

ໃນນີ້ແຍກເປັນແຕ່ລະບັນຊີສັດປ່າ ຄື: ປະເພດຫວງຫ້າມ ຫຼື ບັນຊີ 1: ຈຳນວນ 20 ຊິ້ນສ່ວນໂຕ, ນ້ຳໜັກ 20,3 ກິໂລກຼາມ, ປະເພຄຸ້ມຄອງ ຫຼື ບັນຊີ 2: ຈຳນວນ 16 ຊິ້ນສ່ວນໂຕ, ນໍ້າໜັກ 64,3 ກິໂລກຼາມ ແລະ ປະເພດທົ່ວໄປ ຫຼື ບັນຊີ 3: ຈໍານວນ 180 ຊິ້ນສ່ວນໂຕ, ນໍ້າໜັກ 110 ກິໂລກຣາມ.

ສຳລັບ ສັດເປັນ ເຈົ້າກນ້າທີ່ໄດ້ປ່ອຍຄືນສູ່ທຳມະຊາດ