ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ

ສະຖານີວິທະຍຸ ແລະ ໂທລະພາບແຂວງອຸດົມໄຊ ໄດ້ລາຍງານວ່າ: ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໃນວັນທີ 29 ສິງຫາ 2022 ນີ້ ໃຫ້ກຽດຕ້ອນຮັບຢູ່ສະໜາມບິນໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ.
อาจเป็นรูปภาพของ 7 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม
ທ່ານ ຮອງນາຍົກ ພ້ອມຄະນະກໍໄດ້ເຂົ້າຮັບຟັງການລາຍງານ ສະພາບໄພພິບັດທີ່ເກີດຂຶ້ນ ຢູ່ແຂວງອຸດົມໄຊ ໃນຄັ້ງວັນທີ 26 ສິງຫາ ຜ່ານມາ, ໂດຍທ່ານເຈົ້າແຂວງລາຍງານໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາ 2022 ຢູ່ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກລົມພະຍຸໝູນລະດູຮ້ອນ ມາອອນ ( MA ON ) ເຊິ່ງພະຍຸດັ່ງກ່າວໄດ້ສ້າງຜົນກະທົບ, ຜົນເສຍຫາຍໃຫ້ແກ່ 4 ເມືອງຄື: ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫລາ, ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ກໍໃຫ້ເກີດມີນໍ້າປ່າໄຫລຊຸແຮງ ແລະ ສ້າງຄວາມເສຍຫາຍຢ່າງໜັກໜວງໃຫ້ແກ່ປະຊາຊົນທີ່ອາໄສຢູ່ລຽບຕາມແຄມນໍ້າກໍ (ເມືອງໄຊ), ນໍ້າພາກ (ເມືອງຫລາ), ນໍ້າແຊ (ເມືອງນາໝໍ້), ນໍ້າຫ້ວຍຊານ (ເມືອງງາ) ແລະ ບັນດາຫ້ວຍຮອງຕ່າງໆ ອັນເປັນສາເຫດນໍາຄວາມເສຍຫາຍດ້ານເຊັ່ນ: ພື້ນຖານໂຄງລາງ, ຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ເສັ້ນທາງຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ນໍ້າລິ່ນ, ໂຮງຮຽນ, ໂຮງໝໍ, ການສື່ສານ ແລະ ອື່ນໆ ແມ່ນບໍ່ສາມາດນໍາໃຊ້ໄດ້.
ຜົນກະທົບດັ່ງກ່າວສ້າງຄວາມຫຍຸ້ງຍາກຂາດເຂີນໃຫ້ແກ່ປະຊາຊົນ ເປັນຕົ້ນເຂົ້າກິນ, ນໍ້າກິນ – ນໍ້າໃຊ້, ຢາປົວພະຍາດ, ທີ່ພັກອາໄສຊົ່ວຄາວ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ເຫດການດັ່ງກ່າວເປັນການທ່ວງດຶງໃນການພັດທະນາເສດຖະກິດ – ສັງຄົມຂອງຄອບຄົວ, ຂອງເມືອງ ແລະ ຂອງແຂວງອີກດ້ວຍ. ພາຍຫລັງເກີດເຫດ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກໍາຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍໃນ 4 ເມືອງ. ໃນນັ້ນ ມີບ້ານທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ 25 ບ້ານ, ມີ 469 ຫລັງຄາເຮືອນ, ມີພົນລະເມືອງ 2,324ຄົນ, ຍິງ 900 ຄົນ, ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບ 3 ຄົນ, ມີເຮືອນຖືກຜົນກະທົບ ຈໍານວນ 66 ຫຼັງ ໃນນັ້ນ ເຮືອນຖືກນໍ້າພັດສຸໄຫລ ຈໍານວນ 58 ຫລັງ, ດິນເສາະເຈື່ອນ 2 ຫລັງ ແລະ ເລົ້າເຂົ້າໄຫລນໍ້າ 23 ຫລັງ, ມີເສົາໄຟຟ້າ ເສຍຫາຍ ຈໍານວນ 301 ຕົ້ນ, ເສົາໄຟຟ້າ 8 ແມັດເສຍຫາຍ 6 ຕົ້ນ, ຄອນສາຍ ເສຍຫາຍ 231 ຄອນ, ດອກກັນໄຟເສຍຫາຍ 327 ດອກ ແລະສາຍໄຟຟ້າເສຍຫາຍ 24,900 ແມັດ, ນໍ້າຖ້ວມອັ່ງຖະໜົນຫົນທາງມີຫຼາຍຈຸດ, ເສັ້ນທາງເລກທີ 2E ເມືອງໄຊ ຫາ ເມືອງ ຫຼາ ລະຫວ່າງກິໂລແມັດ 15-24 ຖຶກຕັດຂາດ 4 ຈຸດ, ຂົວຖືກຕັດຂາດ 4 ແຫ່ງ, ເປເພ່ 3 ແຫ່ງ , ດິນເຈື່ອນຖົມທາງ 15 ຈຸດ ແລະເສັ້ນທາງຊົນນະບົດໄດ້ເປ່ເພ ແລະຂົວຖືກຕັດຂາດ 11 ແຫ່ງ, ເຄື່ອງວັດແທກລະດັບນໍ້າແບບໂອໂຕມາຕິກຈຸດວັດແທກຂົວນໍ້າກໍ່ບ້ານກໍນ້ອຍເມືອງໄຊ ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ ມູນຄ່າ 65 ລ້ານກີບ, ຫລາວັດແທກລະດັບນໍ້າກໍ ຈຸດວັດແທກບ້ານໂຮມໄຊ, ຈຸດວັດແທກຂົວນໍ້າກໍ 2 ບ້ານເຈງ, ຈຸດວັດແທກບ້ານຫ້ວຍຂຸມ ໄດ້ຮັບຜົນກະທົບ ແລະເສຍຫາຍ ລວມມູນຄ່າທັງໝົດ ຈໍານວນ 79 ລ້ານກີບ, ໂຮງຮຽນປະຖົມຖືກຜົນກະທົບ ( ນໍ້າຖ້ວມ ) ມີຈໍານວນ 5 ແຫ່ງ, ລະບົບນໍ້າລິນເປ່ເພ ທັງໝົດ ຈໍານວນ 7 ຈຸດ, ເນື້ອທີ່ທໍາການຜະລິດເສຍຫາຍທັງໝົດ 35 ເຮັກຕາ ໃນນັ້ນເນື້ອທີ່ນາ ເສຍຫາຍ ຈໍານວນ 20 ເຮັກຕາ, ເຂົ້າເນີນສູງ 8 ເຮັກຕາ ແລະ ເນື້ອທີສວນ 7 ເຮັກຕາ. ສໍາລັບມູນຄ່າເສຍຫາຍຢູ່ເມືອງນາໝໍ້ໃນເບື້ອງຕົ້ນ ມີຈໍານວນ 6.251.450.000 ກີບ, ສ່ວນເມືອງອື່ນໆແມ່ນຍັງບໍ່ທັນໄດ້ປະເມີນມູນຄ່າເສຍຫາຍ ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນຍັງສືບຕໍ່ເກັບກໍາຂໍ້ມູນຜົນເສຍຫາຍຕື່ມອີກ.
ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ຊຸກຍູ້ບັນດາຄະນະກໍາມະການຄຸ້ມຄອງໄພພິບັດ ແລະພາກສ່ວນຕ່າງໆໃນການຕອບໂຕ້ເຫດການສຸກເສີນໄພພິບັດຢູ່ໃນ 4 ເມືອງ ໂດຍການລະດົມກໍາລັງພົນຈາກກອງບັນຊາການ ປກສ, ປກຊ ແລະ ຊາວໜຸ່ມຕະລຸມບອນ ໃນການຊ່ວຍເຫຼືອຂົນຍ້າຍປະຊາຊົນ, ເຄື່ອງຂອງຄົວເຮືອນ ແລະ ອະນາໄມເຮືອນຊານບ້ານຊ່ອງຂອງປະຊາຊົນໃນ 3 ເມືອງຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້, ຄົ້ນຫາຜູ້ສູນຫາຍ, ສັນນະສູດສາກສົບຜູ້ເສຍຊີວິດຢູ່ເມືອງຫລາ, ສໍາລັບເມືອງງາແມ່ນເສຍຫາຍແຕ່ເນື້ອທີທໍາການຜະລິດ, ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກໄປຊ່ວຍເຫລືອສຸກເສີນເປັນຕົ້ນແມ່ນ ເຂົ້າສານໜຽວ ຈໍານວນ 105 ກິໂລ, ໝີ່ຍໍາໆ, ນໍ້າດື່ມ, ເຄື່ອງບໍລິໂພກຈໍານວນໜຶ່ງ ຊ່ວຍເຫລືອໃຫ້ແກ່ 7 ຫລັງຄາເຮືອນ ແລະ ບັນດາຂະແໜງການຕ່າງໆໄດ້ສຸມໃສ່ແກ້ໄຂສຸກເສີນເປັນຕົ້ນແມ່ນຖະໜົນຫົນທາງ, ສ້ອມແປງລະບົບໄຟຟ້າ, ນໍ້າປະປາ, ນໍ້າລິນ, ສ້ອມແປງລະບົບການສື່ສານ ແລະ ອື່ນໆ.
ໂອກາດັ່ງກ່າວ ທ່ານ ຮອງນາຍົກ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນຊາວແຂວງອຸດົມໄຊ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມໃນຄັ້ງນີ້ ພ້ອມທັງກ່າວສະແດງຄວາມຊົມເຊີຍຕໍ່ອົງການປົກຄອງທຸກຂັ້ນທີ່ໄດ້ສຸມທຸກກຳລັງໃຫ້ການຊ່ວຍເຫຼືອບັນດາຄອບຄົວທີ່ໄດ້ຮັບຜົນເສຍຫາຍ. ໂອກາດມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານ ຮອງນາຍົກ ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຍັງໄດ້ນຳເອົາເຂົ້າສານໜຽວຈຳນວນ 20 ໂຕນ, ສັງກະສີຈຳນວນ 2,000 ແຜ່ນ, ເຫຼັກຕະປູຈຳນວນ 500 ກັບ ແລະ ເງິນກອງທຶນນ້ຳມັນຈຳນວນ 200 ລ້ານກີບ ລວມມູນຄ່າ 462 ລ້ານ 6 ແສນກີບ ແລະ ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດມອບເງິນສົດຈຳນວນ 200 ລ້ານກີບ ເພື່ອຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດຢູ່ແຂວງອຸດົມໄຊໃນຄັ້ງນີ້.
อาจเป็นรูปภาพของ 11 คน, ผู้คนกำลังยืน และ กลางแจ้ง
ໃນການມາ ເຄື່ອນໄຫວຕິດຕາມສະພາບນ້ໍາຖ້ວມຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານ ພ້ອມຄະນະ ຍັງໄດ້ລົງກວດກາເບິ່ງ ສະພາບພື້ນທີ່ເກີດໄພພິບັດ ຢູ່ບ້ານ ສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫລາ ເມືອງຫລາ ຕື່ມອີກ.