ເຈົ້າຄອງນະຄອນຫລວງ ຮອງຄະນະກຳມະການຈັດງານບຸນປະເພນີຫໍ່ເຂົ້າປະດັບດິນທີ່ຫລວງພະບາງ ສົ່ງໜັງສືຂໍຄຳເຫັນຈາກ 3 ພາກສ່ວນ

ວັນທີ 29 ສິງຫາ 2022 ນີ້ ທ່ານ ເຈົ້າຄອງນະຄອນຫລວງ ຮອງຄະນະກຳມະການຈັດງານບຸນປະເພນີຫໍ່ເຂົ້າປະດັບດິນທີ່ຫລວງພະບາງ ໄດ້ ສົ່ງໜັງສືສະເໜີເຖິງທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ , ຮອງເຈົ້າແຂວງໄຊຍະບູລີ ແລະ ຮອງເຈົ້າແຂວງ ຫລວງພະບາງ ເລື່ອງ: ຂໍການປະກອບຄໍາເຫັນຕໍ່ຄູ່ເຮືອຊ່ວງຊີງເອົາຊະນະເລີດລະຫວ່າງເຮືອນະຄອນຫລວງວຽງຈັນ ກັບ ເຮືອຊ່ວງແຂວງໄຊຍະບູລີ ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫລວງພະບາງ ສະບັບເລກທີ 379/ຈຂ.ຫຼບ, ລົງວັນທີ 27 ມິຖຸນາ 2022.
ໃນນາມທ່ານເປັນຄະນະປະທານ, ເປັນຝ່າຍສັງເກດການ ແລະ ເພື່ອເປັນຂໍ້ມູນ, ເປັນບ່ອນອີງທີ່ຈະຕອບສັງຄົມ ຫລື ຖະເເຫລງການໃຫ້ສື່ສັງຄົມອ່ອນລາຍໃນທົ່ວໂລກຮັບຊາບ ສະເໜີໃຫ້ທ່ານມີທັດສະນະ ຕີລາຄາຕໍ່ກັບ 3 ຫົວຂໍ້ມີລາຍລະອຽດດັ່ງນີ້:

1. ຝ່າຍນັກກິລາສີພາຍ ແຂວງໄຊຍະບູລີ (ມີຄວາມຮັບຜິດຊອບແນວໃດ).
2. ຝ່າຍນັກກິລາສີພາຍ ເຮືອນະຄອນຫຼວງວຽງຈັນ (ມີຄວາມຮັບຜິດຊອບແນວໃດ).
3. ຄະນະກໍາມະການ (ມີຄວາມຮັບຜິດຊອບແນວໃດ).
ດັ່ງນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານມີທັດສະນະ, ປະກອບຄໍາເຫັນດ້ວຍ.