ປກສ ກຸ່ມບ້ານຊ້າງ ເມືອງໄຊທານີ ຈັບຕົວກຸ່ມກໍ່ເຫດລັກລົດ ຈຳນວນ 3 ຄົນ ພ້ອມຂອງກາງຢາເສບຕິດ ແລະ ອາວຸດປືນ

ຂ່າວ ປກສ ນະຄອນຫລວງວຽງຈັນລາຍງານວ່າ: 26 ສິງຫາ 2022 ຜ່ານມາ ປກສ ກຸ່ມບ້ານຊ້າງ ສົມທົບບ້ານນາຄາຍ ເມືອງໄຊທານີ ຈັບຜູ້ຖືກສົງໄສລັກລົດໄດ້ 3 ຄົນ ຄື
– ນາງ ພອນວິໄລ ອາຍຸ 22 ປີ ວ່າງງານ ຢູ່ບ້ານຫາດກ້ຽງ ເມືອງໄຊທານີ
– ທ້າວ ອານຸສອນ ອາຍຸ 24 ປີ ວ່າງງານ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ
– ທ້າວ ສອນວິໄຊ ອາຍຸ 21 ປີ ຢູ່ບ້ານຫາດກ້ຽງ ເມືອງໄຊທານີ

ພ້ອມຂອງກາງເຄື່ອງຕິດຕົວ ລົດເກັງສີປອນ ໝາຍເລກທະບຽນ ກປ 1280 ກຳແພງນະຄອນ, ປືນສັ້ນຍິງລຸກຈ້ອງ 1 ກະບອກ, ຢາບ້າ 87 ເມັດ ແລະ ເງິນໂດລາ 2 ໂດລາ ຈັບຕົວໄດ້ຢູ່ຕາດຫາດຊາຍຂາວ.

ພາຍຫຼັງຈັບໄດ້ແລ້ວ ໄດ້ມອບສົ່ງໃຫ້ ປກສ ເມືອງນາຊາຍທອງ ດຳເນີນຄະດີ ເພາະພວກຖືກສົງໄສດັ່ງກ່າວມີຄຳສັ່ງຈັບຕົວມາກ່ອນ.

ປັດຈຸບັນ ປກສ ເມືອງນາຊາຍທອງ ພວມເລັ່ງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.