ອຸດົມໄຊ ເສົາໄຟຟ້າຫັກ 100 ກວ່າຕົ້ນຈາກເຫດການພາຍຸ Ma-On ໃນວັນທີ 26 ສິງຫາຜ່ານມາ

ລັດວິສາຫະກິດໄຟຟ້າ ແຂວງອຸດົມໄຊລາຍງານວ່າ: ວັນທີ 26 ສິງຫາ 2022 ຜ່ານມາ ແຂວງອຸດົມໄຊໄດ້ຮັບຜົນກະທົບຈາກສະພາບຝົນຕົກໜັກ ຍ້ອນພາຍຸ Ma-On ເຮັດໃຫ້ເກີດມີນ້ຳຖ້ວມຢ່າງໜັກຢູ່ຫຼາຍໝູ່ບ້ານໃນຂອບເຂດ 3 ເມືອງຂອງແຂວງອຸດົມໄຊ ຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້ ເຮັດໃຫ້ເກີດຜົນກະທົບຕໍ່ລະບົບຕາຫນ່າງໄຟຟ້າຢ່າງໜັກ.
ສະພາບຄວາມເສຍຫາຍຕໍ່ເຄືອຂ່າຍໄຟຟ້າເຊັ່ນ: ເສົາໄຟຟ້າຫັກໂຄ່ນ ແລະ ສູນຫາຍ ຈຳນວນ 100 ກວ່າຕົ້ນ, ຄອນສາຍຫັກ 200 ກວ່າອັນ, ດອກກັນໄຟແຕກຫັກຫຼາຍກວ່າ 400ດອກ, ສາຍໄຟຂາດ ແລະ ສູນຫາຍ ປະມານ 25.000ແມັດ/ວົງຈອນ, ໜ່ວຍຕັດຕໍ່ 2ຊຸດ, ອຸປະກອນຕັດແຍກ 5ຊຸດ ແລະ ໝໍ້ນັບໄຟສູນຫາຍ ຫຼາຍກວ່າ30ໜ່ວຍ (ນີ້ເປັນຂໍ້ມູນເບື້ອງຕົ້ນບາງສ່ວນທີ່ເກັບກຳໄດ້ ເຊິ່ງຍັງມີຫຼາຍຈຸດທີ່ຍັງບໍ່ສາມາດເຂົ້າໄປກວດກາ ແລະ ເກັບກຳໄດ້ ເນື່ອງຈາກສະພາບເສັ້ນທາງທີ່ຖືກຕັດຂາດຫຼາຍຈຸດ)
ໄຟຟ້າແຂວງໄດຮີບຮ້ອນສຸມທຸກກຳລັງເພື່ອແກ້ໄຂ ກູ້ລະບົບຄືນໃຫ້ໄວທີ່ສຸດດ້ວຍການ ສ້ອມແປງລະບົບຕາຂ່າຍແຮງກາງ ແລະ ແຮງຕ່ຳ ຢູ່ບັນດາຈຸດທີ່ສມາມາດນຳເອົາພາຫະນະ ແລະ ອຸປະກອນເຂົ້າໄປສ້ອມແປງໄດ້ ເປັນຕົ້ນແມ່ນ ຢູ່ບັນດາເຂດ: ບ້ານຫ້ວຍຊູ, ບ້ານຫຼັກ4, ບ້ານຫຼັກ22.
ເພື່ອສືບຕໍ່ການສ້ອມແປງ ກູ້ລະບົບຕາຂ່າຍໄຟຟ້າ ໃຫ້ກັບມາຢູ່ໃນສະພາບປົກກະຕິໄວທີ່ສຸດ ວັນທີ 28 ສິງຫາ ໄດ້ເພີ່ມກຳລັງອ້າຍນ້ອງພະນັກງານກຳມະກອນ ໃນທົ່ວສາຂາ ເລັ່ງສ້ອມແປງ ແກ້ໄຂ ຢູ່ບັນດາຈຸດທີ່ສາມາດນຳເອົາພາຫະ ນະ ແລະ ອຸປະກອນເຂົ້າໄປເຖິງໄດ້.

