ບີບີຊີ ຢືນຢັນແລ້ວ ແມນຢູ ບັນລຸຂໍ້ຕົກລົງອາແຈັກ ຊື້ ອັນໂຕນີ ເສີມໜ້າ 85 ລ້ານປອນ

ແມນເຊສເຕີ ຢູໄນເຕັດ ສາມາດບັນລຸຂໍ້ຕົກລົງກັບ ອາແຈັກ ໃນການຊື້ ອັນໂຕນີ ດ້ວຍຂໍ້ສະເໜີມູນຄ່າລວມ 85 ລ້ານປອນ ເຊິ່ງເປັນສະຖິຕິຈ່າຍແພງທີ່ສຸດເປັນອັນດັບ 2 ຂອງທີມ.
ສຳນັກຂ່າວບີບີຊີ ລາຍງານວ່າ : ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ອັງກິດ ສາມາດບັນລຸຂໍ້ຕົກລົງກັບ ອາແຈັກ ທີມແຫ່ງລີກ ເອເຣດີວີຊີ ຂອງເນເທີແລນ ໃນການຊື້ຕົວ ອັນໂຕນີ ປີກທີມຊາດບຣາຊິລ ດ້ວຍຂໍ້ສະເໜີມູນຄ່າລວມ 85 ລ້ານປອນ.
ໂດຍແມນຢູ ຈະຈ່າຍຄ່າຕົວໃຫ້ ອາແຈັກ ທັນທີ 80,75 ລ້ານປອນ ບວກກັບເງື່ອນໄຂສ່ວນເສີມທີ່ອາດມີມູນຄ່າສູງສຸດອີກ 4,25 ລ້ານປອນ ຂະນະທີ່ ນັກເຕະກຽມບິນມາອັງກິດເພື່ອກວດຮ່າງກາຍພາຍໃນ 4 ຊົ່ວໂມງນີ້.
ເຖິງວ່າຕອນນີ້ຈະຍັງເຫລືອເງື່ອນໄຂສ່ວນຕົວກັບນັກເຕະ ແຕ່ລາຍງານວ່າເລື່ອງນີ້ບໍ່ແມ່ນບັນຫາໃຫຍ່ ເນື່ອງຈາກນັກເຕະ ກໍພ້ອມຍ້າຍສັງກັດຢູ່ແລ້ວ ໂດຍເກມລີກນັດຫລ້າສຸດທີ່ອາແຈັກບຸກຊະນະ ອູເທຣັກ 2-0 ເມື່ອວັນທີ 28 ສິງຫາ ລາວກໍບໍ່ມີຊື່ໃນທີມ.

