ແມນຢູ ລໍຖ້າປິດບັນຊີ ອັນໂຕນີ ທັນຕະຫລາດປິດ 1 ກັນຍາ

ແມນເຊສເຕີ ຢູໄນເຕັດ ຍັງລໍຖ້າປິດບັນຊີຊື້ ອັນໂຕນີ ເສີມກອງໜ້າກ່ອນປິດຕະຫລາດລະດູການ 1 ກັນຍາ ເຜີຍສັນຍາຫລ້າ ສຸດມີໂອກາດສູງທີ່ຈະໄດ້ນັກເຕະ.
ອາແຈັກ ອຳສະເຕີດຳ ທີມແຊ໊ມເອເຣດີວີຊີລີກ ເນເທີແລນ ບໍ່ໃສ່ຊື່ຂອງ ອັນໂຕນີ ກອງໜ້າທີມຊາດບຣາຊິລ ແມ່ນແຕ່ໂຕສຳຮອງ ໃນເກມນັດທີ 4 ຂອງລະດູການ 2022-23 ເຊິ່ງອອກໄປຢາມ ເອຟຊີ ອູເທຣກ ທີມອັນດັບ 14 ໃນວັນນີ້ ເພື່ອຫວັງແຊງ ເຟເຢນູດ ຣັອດເຕີດຳ ທີ່ມີ 10 ຄະແນນ ຫລາຍກວ່າ 1 ຄະແນນ ກັບໄປເປັນຜູ້ນຳອີກເທື່ອຫນຶ່ງ.
ທັງນີ້ ອັນໂຕນີ ບໍ່ມີຊື່ລົງສະໜາມໃຫ້ກັບ ອາແຈັກ ເປັນອາທິດທີ 2 ຕິດຕໍ່ກັນ ຫລັງຈາກເກມທີ່ 3 ຂອງ ເອເຣດີວີຊີລີກ ທີ່ບຸກໄປ ຊະນະ ສະປາຕາ ຣັອດເຕີດຳ 1-0 ເມື່ອວັນອາທິດທີ 21 ສິງຫາ ກໍບໍ່ມີເງົາຂອງກອງໜ້າອາຍຸ 22 ປີລາຍນີ້ເຊ່ັນດຽວກັນ.
ເຮັດໃຫ້ ແມນເຊສເຕີ ຢູໄນເຕັດ ມີໂອກາດຄວ້າ ອັນໂຕນີ ມາເສີມທີມກ່ອນປິດຕະຫລາດນັກເຕະລະດູການໃນວັນທີ 1 ກັນຍານີ້ ແຕ່ຕ້ອງຫວັງວ່າ ອາແຈັກ ຈະຕອບຮັບຂໍ້ສະເໜີທັນເວລາຫລືບໍ່ ຫລັງປະຕິເສດຂໍ້ສະເໜີຈາກທີມດັງພຣີເມຍລີກ ອັງກິດ ຄັ້ງຫລ້າສຸດ ເມື່ອວັນສຸກທີ 26 ສິງຫາ ເຊິ່ງຍື່ນມາ 74 ລ້ານປອນ.
ສຳລັບ ອາແຈັກ ໄດ້ຕັ້ງຄ່າຕົວຂອງ ອັນໂຕນີ ເອົາໄວ້ສູງເຖິງ 84 ລ້ານປອນ ຂະນະທີ່ນັກເຕະ ແລະ ໂຕແທນ ພວມຖ້າຄະນະບໍລິຫານໃຫ້ອະນຸມັດເລື່ອງການຍ້າຍທີມໄປ ແມນຢູ ເພື່ອຫາຄວາມທ້າທາຍໃນພຣີເມຍລີກ ອັງກິດ ເຊິ່ງກ່ອນໜ້ານີ້ກໍບໍ່ມາຊ້ອມກັບຫມູ່ຮ່ວມທີມຫລາຍຄັ້ງແລ້ວ.

