ແມນຢູ ກຽມຕັດໜ້າ ເຊລຊີ ຄວ້າ ໂອບາເມຢອງ ເສີມໜ້າ

ຈານລູກ້າ ດິ ມາຊີໂອ ນັກຂ່າວຊາວອີຕາລີ ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ກຽມທີ່ຈະຍື່ນຂໍ້ສະເໜີຊື້ ປີແອ ເອເມີຣິກ ໂອບາເມຢອງ ກອງໜ້າ ບາເຊໂລນາ ແລະ ຫວັງປິດການຊື້ໃຫ້ໄດ້ຕັດໜ້າ ເຊລຊີ.
ນັກຂ່າວຄົນດັ່ງກ່າວ ເຊື່ອວ່າ ແມນເຊສເຕີ ຢູໄນເຕັດ ຕັ້ງໃຈທີ່ຈະຄວ້າດາວຍິງອາຍຸ 33 ປີ ເຂົ້າທີມ ເຖິງວ່າກ່ອນໜ້ານີ້ ເຊລຊີ ຈະມີການເຈລະຈາກັບທາງ ໂອບາເມຢອງ ມາກ່ອນກໍຕາມ ແຕ່ເຖິງຕອນນີ້ ການເຈລະຈາຂອງເຊລຊີ ຍັງຫາຂໍ້ສະຫລຸບບໍ່ໄດ້.
ຫລັງຈາກໄດ້ຕົວ ໂຣເບີດ ເລວານດອບສະກີ ເຂົ້າມາຢືນຫນ້າດາວຍິງໜ້າເປົ້າ ແລະ ສະຖານະການເງິນຂອງບໍູ່ເຊໂລນາ ໄລຍະ ນີ້ບໍ່ຄ່ອຍດີ ເຮັດໃຫ້ພວກເຂົາຍິນດີທີ່ຈະປ່ອຍ ໂອບາເມຢອງ ອອກໄປດ້ວຍຄ່າຕົວ 25 ລ້ານປອນ ເຖິງຈະຫາກໍຄວ້າຕົວມາເມື່ອ ເດືອນກຸມພາຜ່ານມາກໍຕາມ.
ນອກຈາກນີ້ ລາຍງານຍັງລະບຸອີກວ່າ ເອຣິກ ເທນ ຮາກ ມີຄວາມກະຕືລືລົ້ນທີ່ຈະເພີ່ມຂະຫນາດທີມຂອງຕົນເອງກ່ອນຕະ ຫລາດປິດລົງ ດ້ວຍການຊອກຫາກອງໜ້າເຂົ້າມາເພີ່ມ ເພາະອະນາຄົດຂອງ ຄຣິສຕຽນໂນ ໂຣນັລໂດ ບໍ່ແນ່ນອນ ລວມເຖິງ ການບາດເຈັບຂອງ ອ໊ອງໂຕນີ ມາຊີຢາລ ໃນຂະນະນີ້.

