ເຈົ້າແຂວງອຸດົມໄຊ ເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ

ຂ່າວແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົວໂມງ ເລີ່ມຕັ້ງແຕ່ເວລາ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫານີ້ ເຮັດໃຫ້ນ້ຳກໍ ນ້ຳມາວ ມີລະດັບປະລິມານນ້ຳສູງຂຶ້ນ ພ້ອມທັງເກີດມີນ້ຳປ່າໄຫຼສຸແຮງ ເຮັດໃຫ້ເກີດມີນ້ຳອັ່ງຖ້ວມ ຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງເລກ2ຕາເວັນອອກ ທາງໄປເມືອງຫຼາ, ທາງເລກ13ເໜືອ ທາງໄປເມືອງນາໝໍ້, ນອກຈາກນີ້ກໍຍັງຍືງຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳກໍ ແລະ ເຂດພື້ນທີ່ຕ່ຳ.

ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວຕິດຕາມສະພາບການຢ່າງໄກ້ຊິດ ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທດສະບານແຂວງ ແລະ ເສັ້ນທາງ ໃນນີ້ເສັ້ນ ທາງເລກ2ຕາເວັນອອກຫຼື(2E) ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີດິນເຈື່ອນຖົມທາງ, ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງຫຼາຍຈຸດ ເສົາໄຟຟ້າຫັກລົ້ມ ຈຳນວນໜື່ງເຮັດໃຫ້ໄຟ້າ ສັນຍານໂທລະສັບບໍ່ສາມາດໃຊ້ໄດ້ ແລະ ສຳລັບເຂດບ້ານໂຮມໄຊ (ຫຼັກ15) ເມືອງຫຼາ ແຂວງອຸດົມໄຊ ເກີດມີນ້ຳປ່າໄຫຼສຸແຮງ ພັດເຂົ້າບ້ານເຮືອນຂອງປະຊາຊົນ ເຮັດໃຫ້ມີເຮືອນຖືກພັດໄຫຼນ້ຳຈຳນວນ ໜຶ່ງ ແລະ ມີດິນເຊາະເຈື່ອນບໍລິເວນຂົວ ພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ເຫດການດັ່ງກ່າວນີ້ທ່ານເຈົ້າແຂວງ ກໍໄດ້ແນະນຳໃຫ້ອົງການປົກຄອງບ້ານໂຮມໄຊ ໃຫ້ເອົາໃຈໃສ່ຊ່ວຍເຫຼືອເຊິງກັນ ແລະ ກັນ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອ ຈັດສັນບ່ອນຢູ່ ແລະ ອາຫານ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ພ້ອມທັງແນະນຳໃຫ້ຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງມີສະຕິ.

ປັດຈຸບັນທາງແຂວງອຸດົມໄຊໄດ້ລະດົມກຳລັງຊາວໜຸ່ມ, ສອງກຳລັງ ປກຊ-ປກສ ລົງຊ່ວຍພື້ນທີ່ທີຖືກນໍ້າຖວ້ມ ພ້ອມທັງປະເມີນ ແລະ ກຳເກັບຂໍ້ມູນຄວາມເສຍຫາຍ ສ່ວນລາຍລະອຽດນັ້ນຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.