ເຊລຊີ ບັນລຸຂໍ້ຕົກລົງຄວ້າ ໂຟຟານາ ສົມຄວາມຕັ້ງໃຈ

ເຊລຊີ ຍິ້ມຫວານ ຫລັງບັນລຸຂໍ້ຕົກລົງໃນການຄວ້າຕົວ ເວສລີ ໂຟຟານາ ກອງກາງດາວຮຸ່ງຂອງເລສເຕີ ມາຮ່ວມທີມຮຽບຮ້ອຍ ດ້ວຍຄ່າຕົວ 70 ລ້ານປອນ.

ເຊລຊີ ຍອດທີມແຫ່ງພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງໃນການຄວ້າ ເວສລີ ໂຟຟານາ ກອງກາງຊາວຝຣັ່ງ ຂອງເລສເຕີ ຊິຕີ ມາເສີມທີມກອງຫລັງ ດ້ວຍຄ່າຕົວມະຫາສານເຖິງ 70 ລ້ານປອນ ພ້ອມເງິນໂງນໂບນັສອີກ 5 ລ້ານປອນ.

ສື່ໃນອັງກິດລາຍງານວ່າ ໂຟຟານີ ເຊິ່ງຖືກ ເບຣນດອນ ຣ໊ອດເຈີ ຜູ້ຈັດການທີມ ເລສເຕີ ຊິຕີ ຕັດອອກຈາກທີມຊຸດເສຍໃຫ້ ເຊົາແທມຕັນ 1-2 ເມື່ອອາທິດກ່ອນ ລວມທັງໃນເກມພົບກັບ ເຊລຊີ ອາທິດຜ່ານມາ ເນື່ອງຈາກສະພາບຈິດໃຈບໍ່ພ້ອມລົງ ສະໜາມນັ້ນ ຈະເຊັນສັນຍາໃນຖິ່ນ ສະແຕມຟອດ ບຣິດ ເປັນເວລາ 6 ປີ ຫລື ຈົນເຖິງປີ 2028.

ທັງນີ້ ເລສເຕີ ຄວ້າ ໂຟຟານາ ມາຈາກ ແຊງ ເອຕຽນ ດ້ວຍຄ່າຕົວ 36,5 ລ້ານປອນ ເມື່ອປີ 2020 ແລະ ສະແດງຜົນງານ ໄດ້ຢ່າງ ດີເດ່ັນຈາກການລົງສະໜາມ 38 ນັດ ໃນລະດູການທຳອິດ ແຕ່ກໍມາໂຊກຮ້າຍໄດ້ຮັບບາດເຈັບຂາຫັກຈົນໄດ້ລົງສະໜາມພຽງ 12 ນັດເທົ່ານັ້ນ ໃນລະດູການຜ່ານມາ.