ປູກນິໄສຮັກການອ່ານໜັງສື ພັດທະນາສະໝອງ ເສີມສ້າງສຸຂະພາບ.

ໃນຊີວິດທີ່ສຸດຈະຫຍຸ້ງຍາກ ແລະ ວຸ້ນວາຍຕະຫລອດເວລາ ການນອນຫລັບໃຫ້ພຽງພໍກາຍເປັນສິ່ງທີ່ເຮັດໄດ້ຍາກ ໃນທຸກມື້ນີ້ເຮົາໂຊກດີຫລາຍທີ່ຜ່ານອາທິດແຫ່ງການເຮັດວຽກມາໄດ້ໂດຍທີ່ຍັງມີເວລານອນຫລັບສະເລ່ຍ 5 – 6 ຊົ່ວໂມງຕໍ່ຄືນ ເຊິ່ງອາດຈະຜິດປົກກະຕິໄປແດ່ຈາກຄຳແນະນຳທີ່ໃຫ້ນອນ 9 ຊົ່ວໂມງຕໍ່ຄືນ ຈົນເຮັດໃຫ້ເກີດຄຳຖາມນ້ອຍໆຂຶ້ນມາວ່າ ໃຜເປັນຄົນກຳນົດຄ່າສະເລ່ຍຂອງການນອນຕໍ່ຄືນຂຶ້ນມາ ແລະ ສິ່ງສຳຄັນຫລາຍໄປກ່ວານັ້ນ ພວກເຂົາເຮັດໄດ້ແນວໃດ ? ຄວາມຈິງກໍຄື ເຮົາທຸກຄົນສາມາດເພີ່ມເວລານອນໄດ້ດີກ່ວານີ້ ຖ້າເຮົາດຸໝັ່ນເຮັດວຽກ ແລະ ຈັດການເລື່ອງຕ່າງໆໃຫ້ແລ້ວໃນເວລາ ເຮົາກໍຈະມີເວລາຫລາຍຂຶ້ນນັ້ນເອງ ມີຜົນງານວິໄຈໜຶ່ງບອກວ່າຄົນທີ່ອ່ານໜັງສືເທິງຕຽງໃນເວລາກາງຄືນບໍ່ພຽງພໍ ແຕ່ມີຄວາມຜ່ອນຄາຍຫລາຍຂຶ້ນ, ແຕ່ຍັງພົບວ່າມັນຊ່ວຍຫລຸດຄວາມເຄັ່ງຄຽດ, ຊຸກຍູ້ໃຫ້ນອນຫລັບ, ບໍ່ເຮັດໃຫ້ຄິດຫລາຍ, ພັດທະນາຄຸນນະພາບໃນການນອນ ແລະ ແມ່ນແຕ່ຊ່ວຍໃນການເຮັດວຽກນຳອີກ. ນອກຈາກນີ້, ການອ່ານໜັງສືຍັງຊ່ວຍໃຫ້ທ່ານສະຫລາດຂຶ້ນ, ກ້າວໜ້າຂຶ້ນ ແລະ ມີສຸຂະພາບດີຂຶ້ນໄດ້ນຳອີກ.
- ຊ່ວຍພັດທະນາຄວາມເຂົ້າໃຈ ແລະ ຄວາມຈື່ຈຳ : ຍິ່ງອ່ານຍິ່ງຈື່ ຫາກເຮົາໄດ້ອ່ານໜັງສືເລື່ອງເກົ່າຫລາຍໆຮອບ ເຖິງວ່າຕອນທຳອິດສະໝອງຂອງເຮົາອາດຈື່ໄດ້ໜ້ອຍ, ແຕ່ຕໍ່ມາຍິ່ງອ່ານຊຳ້ໆຫລາຍໆເທື່ອ ເຮົາກໍຈະພົບວ່າເຮົາຈື່ໄດ້ຫລາຍຂຶ້ນແທ້ໆ ແລະ ເກີດຄວາມເຂົ້າໃຈໃນເລື່ອງນັ້ນຫລາຍຂຶ້ນ ປະໂຫຍດຂອງການອ່ານໜັງສື ປະໂຫຍດຂໍ້ທີ່ສອງທີ່ຈະໄດ້ຮັບກໍຄື ພັດທະນາສະໝອງໄດ້ທຸກໄວ ແມ່ນແຕ່ເດັກອໍທິສຕິກ ຫລື ເດັກທີ່ມີສະພາບແອລດີ (LD) ຫລື ເກີດຄວາມຜິດປົກກະຕິໃນການຮຽນຮູ້ ກໍຍັງສາມາດພັດທະນາພຶດຕິກຳຕ່າງໆ ລວມທັງຄວາມສາມາດແຕ່ລະດ້ານໄດ້.
- ຊ່ວຍຫລຸດຄວາມເຄັ່ງຄຽດ ເຮັດໃຫ້ຜ່ອນຄາຍ : ເມື່ອໄດ້ອ່ານໜັງສືທີ່ດີ ເລື່ອງລາວໃນນັ້ນຈະເຮັດໃຫ້ຈິດໃຈຂອງທ່ານຈົດຈໍ່ຢູ່ບ່ອນອື່ນຈັກໄລຍະໜຶ່ງ, ຢຸດວິຕົກກັງວົນຈາກຄວາມເຄັ່ງຄຽດ ແລະ ຄວາມກັງວົນໃນຊີວິດປະຈຳວັນ, ຖິ້ມບັນຫາໜັກໆທີ່ເຮັດໃຫ້ເກີດຄວາມເຄັ່ງຄຽດໄວ້ທາງຫລັງໄດ້. ນອກຈາກນີ້, ການອ່ານຍັງຊ່ວຍໃຫ້ກ້າມຊີ້ນຜ່ອນຄາຍ ແລະ ຫາຍໃຈຊ້າລົງ ເຮັດໃຫ້ທ່ານຮູ້ສຶກສະຫງົບນຳອີກ.
- ຊ່ວຍໃນເລື່ອງສຸຂະພາບຕາ ແລະ ການນອນຫລັບ : ປັດຈຸບັນມີການອ່ານໜັງສືຜ່ານໜ້າຈໍກັນຫລາຍຂຶ້ນ, ແຕ່ຮູ້ຫລືບໍ່ວ່າແສງສີຟ້າເປັນແສງທີ່ຈະໄປຂັດຂວາງຮໍໂມນເມລາໂທນິນ ເຊິ່ງສົ່ງຜົນຕໍ່ໂມງຊີວິດ ແລະ ຈະເພີ່ມຄວາມຕື່ນໂຕໃຫ້ໂຕທ່ານໃນໄລຍະເວລາທີ່ທ່ານບໍ່ຄວນຕື່ນໂຕ ແລະ ສ່ຽງຕໍ່ການເປັນພະຍາດທາງສາຍຕາເພີ່ມຂຶ້ນອີກ. ດັ່ງນັ້ນ, ຫາກເຮົາປັບປ່ຽນພຶດຕິກຳຈາກການອ່ານຜ່ານໜ້າຈໍ ມາອ່ານໜັງສືແທນ ຈະຊ່ວຍໃຫ້ທ່ານມີສຸຂະພາບດີ ແລະ ຊ່ວຍໃຫ້ທ່ານນອນຫລັບງ່າຍຂຶ້ນໄດ້.

