ພາກເໜືອ ແລະ ພາກຕາເວັນຕົກສຽງເໜືອຈະມີຝົນຕົກ ລົມພັດແຮງຍ້ອນພາຍຸ ພາຍຸດີເປຣຊັນ (TD)

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານ ພະຍາກອນອາກາດ ວັນທີ 27 ສິງຫາ 2022 ເວລາ 07:00 ໂມງ ພາຍຸດີເປຣຊັນ (TD) ໄດ້ອ່ອນກໍາລັງລົງກາຍເປັນບໍລິເວນຄວາມ ກົດດັນອາກາດຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ທີ່ມີກໍາລັງອ່ອນ ພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະຕົກປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ.

