ເສັ້ນທາງຫຼວງແຫ່ງຊາດ 18A ແຂວງອັດຕະປື ຈະໄດ້ຮັບການກໍ່ສ້າງເປັນທາງປູຢາງ 2 ຊັ້ນ

ວັນທີ 25 ສິງຫາ 2022 ນີ້ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເສັ້ນທາງຫຼວງແຫ່ງຊາດເລກທີ 18 A ແຕ່ຂົວຫ້ວຍອຸກ ເມືອງສະໜາມໄຊ ຫາເທສະບານແຂວງ, ລວມມີລວງຍາວ 23 ກິໂລແມັດ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ກັບ 10 ບໍລິສັດຜູ້ຮັບເໝົາການກໍ່ສ້າງ, ໃຫ້ກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ມີທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື,ມີພະແນກການອ້ອມຂ້າງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ບໍລິສັດຜູ້ຮັບເໝົາການກໍ່ສ້າງ ເຂົ້າຮ່ວມ .
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເສັ້ນທາງຫຼວງແຫ່ງຊາດເລກທີ 18 A ໄລຍະ II ຊ່ວງທາງແຕ່ຂົວຫ້ວຍອຸກ ຫາ ເທດສະບານແຂວງ ລວມມີລວງຍາວ 23 ກິໂລແມັດ, ໜ້າາທາງກວາງ 7 ແມັດ, ບ່າທາງເບື້ອງລະ 1 ແມັດ ແລະ ຜ່ານຊຸມຊົນປູຢາງ 9 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 85 ຕື້ກວ່າກີບ, ໄລຍະການກໍ່ສ້າງ 15 ເດືອນ, ໂດຍແບ່ງອອກເປັນ 10 ສັນຍາ ແລະ ມີ 10 ບໍລິສັດຮັບເໝົາການກໍ່ສ້າງ, ນໍາໃຊ້ແຫຼ່ງທຶນຂອງລັດ ແລະ ແຫຼ່ງທຶນອື່ນໆຂອງແຂວງ,ເລີ່ມແຕ່ຈັດຕັ້ງປະຕິບັດນັບແຕ່ມື້ເຊັນສັນຍານີ້ເປັນຕົ້ນໄປ.
ໂຄງການດັ່ງກ່າວນີ້ ແມ່ນໂຄງການໜຶ່ງທີ່ເອົາເຂົ້າແຜນລົງທຶນຂອງລັດ ແລະ ເປັນໂຄງການ ທີ່ມີຄວາມໝາຍຄວາມສໍາຄັນ ມີຄວາມຈຳເປັນ ເພື່ອແກ້ໄຂການສັນຈອນລະຫວ່າງເທດສະບານ ແຂວງ ຫາ ເມືອງສະໜາມໄຊ ໃຫ້ມີຄວາມສະດວກສະບາຍ, ເຊິ່ງຖ້າຫາກວ່າການກໍ່ສ້າງທາງປູຢາງເສັ້ນນີ້ສຳເລັດ ກໍ່ຈະສາມາດຫຼຸດຜ່ອນເວລາການເດີນທາງ, ສ້າງເງື່ອນໄຂອັນດີໃນການພັດທະນາເສດຖະກິດ -ສັງຄົມ ລວມໄປເຖິງການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ກ້າວໄປເຖິງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ.

