ທ່ານນາຍົກ ເຂົ້າຮ່ວມງານບຸນຊ່ວງເຮືອທີ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ປະຈຳປີ 2022

ວັນທີ 26 ສີງຫາ 2022 ນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມງານບຸນຊ່ວເຮືອ ນະຄອນຫລວງພະບາງ ປະຈໍາປີ 2022
ພິທີເລີ່ມແຕ່ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ, ຕະຫລອດຮອດປະຊາຊົນບັນດາເຜົ່າທຸກຖ້ວນໜ້າ ພ້ອມກັນໃສ່ບາດຢາດນ້ຳ ແລະ ປະກອບພິທີທາງສາສະໜາ, ຈາກນັ້ນ ໄດ້ມີການເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າແຂ່ງຂັນ ຢູ່ສາຍນ້ຳຄານເຂດທ່າປ່າເຝືອນ ຫາປາກນ້ຳຄານ ເພື່ອດຳເນີນການແຂ່ງຂັນຢ່າງເປັນທາງການ;.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ: ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫລວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜຶ່ງທີ່ໄດ້ ສືບທອດກັນມາແຕ່ ສະຕະວັດທີ 19 ໂດຍແມ່ນເຈົ້າມັນທາຕຸລາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫລວງພະບາງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສືບທອດມາເຖິງປັດຈຸບັນ ເປັນການສະແດງເຖິງ ພາລະກຳລັງຄວາມສາມັກຄີ ແລະ ບົດຮຽນ-ປະສົບການ ພ້ອມທັງເປັນການບູຊາພະຍານາກ ຕາມຮີດຄອງປະເພນີອັນດີງາມ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ເຢັນເປັນສຸກຕະຫລອດໄປ.
ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ບໍ່ໄດ້ຈັດຂື້ນ 2 ປີຜ່ານມາເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ສະເພາະປີນີ້ ອົງການປົກຄອງນະຄອນ ໄດ້ຮັບການອານຸຍາດຈາກອົງການປົກຄອງແຂວງ ໃຫ້ຈັດຂຶ້ນອີກຄັ້ງ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນ ຫລວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດມີເຮືອຊ່ວງຈາກນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນລວມທັງໝົດ 23 ລໍາ.
ພາຍຫລັງສຳເລັດການເປີດພິທີຢ່າງເປັນທາງການ ໄດ້ເລີ່ມການຕາມຕາຕະລາງຄາດຄູ່ ໂດຍເລີ່ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ, ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບເສຍສອງຄັ້ງແລ້ວຄັດອອກ ພ້ອມທັງຈັດອັນດັບ, ສ່ວນເຮືອທີ່ເສຍຄັ້ງໜຶ່ງ ແມ່ນສາມາດຊີງຂຶ້ນໄປເຖິງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈຶ່ງຈະສຳເລັດ.

