ແຂວງບໍລິຄຳໄຊ ຍັງມີຄອບຄົວທຸກຍາກ 1.688 ຄອບຄົວ

ທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຢ້ຽມຢາມ ຊຸກຍູ້ການຜະລິດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ແຂວງບໍລິຄຳໄຊ ໃນວັນທີ 24 ສິງຫານີ້ ໂດຍມີບັນດາການນໍາພະແນກກະສິກຳ ແລະ ປ່າໄມ້ແຂວງ, ເມືອງ, ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະແມ່ນໄດ້ຜັນຂະຫຍາຍນິຕິກໍາຕ່າງໆຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ, ສຳເລັດການປັບປຸງການຈັດຕັ້ງແລ້ວ 7 ຂະແໜງການ, ສາມາດປັກດໍາເຂົ້ານາປີສໍາເລັດ 37.179 ເຮັກ ຕາ, ນາແຊງ 1.825 ເຮັກຕາ ແລະ ເຂົ້າໄຮ່ 1.506 ເຮັກຕາ ເທົ່າກັບ 99,57% ຂອງແຜນການ, ປູກພືດລະດູແລ້ງ ແລະ ລະດູຝົນ ປະຕິບັດໄດ້ 35.800 ເຮັກຕາ, ຄາດຄະເນຜົນຜະລິດໄດ້ 495.190 ໂຕນ ເທົ່າກັບ 125% ຂອງແຜນການ, ໄດ້ນໍາເອົາເອກະສານເຂົ້າຜ່ານບໍລິການຫ້ອງການປະຕູດຽວຂອງແຂວງ 10 ປະເພດເອກະສານ, ວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປີ 2022 ຂະແໜງພັດທະນາຊົນນະບົດມີ 9 ໂຄງການ ໃນນັ້ນເປັນໂຄງການສືບຕໍ່ 4 ໂຄງການ ແລະ ໂຄງການຊໍາລະໜີ້ສິນ 5 ໂຄງການ, ປີ 2021 ໄດ້ປະເມີນຕາມດໍາລັດ 348/ລບ ມີຄອບຄົວພົ້ນທຸກ 56.024 ຄອບຄົວ, ຄອບຄົວທຸກຍາກ 1.688 ຄອບຄົວ ເທົ່າກັບ 2,92% ແລະ ໃນປີ 2022 ໄດ້ປະເມີນຕາມແບບຟອມ F1 ຈໍານວນ 18 ບ້ານ, 2.313 ຄອບຄົວ. ນອກນັ້ນ ວຽກງານລ້ຽງສັດ-ການປະມົງ, ຄຸ້ມຄອງພັດທະນາດິນກະສິກໍາ, ວຽກງານສູນບໍລິການເຕັກນິກ, ຄຸ້ມຄອງປ່າໄມ້, ກວດກາປ່າໄມ້ ແລະ ວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄດ້ຮັບຜົນສໍາເລັດຕາມແຜນການທີ່ກຳນົດໄວ້.
อาจเป็นรูปภาพของ 6 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม