ນິວຄາສເຊິລ ບັນລຸຂໍ້ຕົກລົງຄວ້າ ອາເລັກຊານເດີ ອີຊັກ ຄ່າຕົວສະຖິຕິສະໂມສອນ

ນິວຄາສເຊິລ ຕົກເປັນຂ່າວຕ້ອງການເຊັນສັນຍາກັບ ອີຊັກ ຢ່າງຕໍ່ເນື່ອງໃນຕະຫລາດລະດູການນີ້ ແຕ່ຍັງບໍ່ມີຄວາມຄືບ ໜ້າໃດໆເລີຍ.
ແນວໃດກໍຕາມ ເດວິດ ອອນສະຕີນ ນັກຂ່າວຈາກ The Athletic ລະບຸວ່າ ນິວຄາສເຊິລ ສາມາດບັນລຸຂໍ້ຕົກລົງໃນການເຊັນສັນ ຍາກັບ ອີຊັກ ອາຍຸ 22 ປີ ມາເສີມທີມໄດ້ແລ້ວ ດ້ວຍມູນຄ່າ 60 ລ້ານປອນ ເຊິ່ງເປັນຄ່າຕົວທີ່ແພງທີ່ສຸດສະຖິຕິສະໂມສອນແຊງ ບຣູໂນ ກິລມາໄຣ ແລະ ໂຈລີນຕອນ ດ້ວຍຄ່າຕົວ 40 ລ້ານປອນເທົ່ານັ້ນ.
ສຳລັບ ອີຊັກ ສ້າງຜົນງານໄດ້ຢ່າງໂດດເດັ່ນກັບ ໂຊເຊຍດາດ ດ້ວຍການຍິງໄປທັງຫມົດ 44 ປະຕູ ຈາກ 132 ນັດ ລວມທຸກລາຍການ ເຊັ່ນດຽວກັບທີມຊາດສະວິດເຊີແລນ ທີ່ລາວຍິງໄປ 9 ປະຕູຈາກ 37 ນັດທຸກລາຍການ.

